ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈັດຕັ້ງການພົບປະແລກປ່ຽນຢູ່ພູ Geumgang

(VOVWORLD) -ນີ້ແມ່ນເຫດການພົບປະແລກປ່ຽນພົນລະເຮືອນຄັ້ງທໍາອິດ ລະຫວ່າງ ເຊີອູນ ແລະ ພຽງຢາງ ໃນປີນີ້
ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈັດຕັ້ງການພົບປະແລກປ່ຽນຢູ່ພູ Geumgang - ảnh 1ລົດເມສົ່ງແຂກທ່ອງທ່ຽວ ສ.ເກົາຫຼິີ ໄປຍັງ  Geumgang (ພາບ: koreatimes.co.kr)

ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຫາກໍຈັດຕັ້ງເຫດການ “ພົບປະສັງສັນໃນໂອກາດປີໃໝ່ 2019 ມຸ່ງໄປເຖິງການປະຕິບັດຖະແຫຼງການຮ່ວມລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ”. ນີ້ແມ່ນເຫດການພົບປະແລກປ່ຽນພົນລະເຮືອນຄັ້ງທໍາອິດ ລະຫວ່າງ ເຊີອູນ ແລະ ພຽງຢາງ ໃນປີນີ້. ເຫດການຖືກດໍາເນີນໃນລະຫວ່່າງວັນທີ 12 – 13 ກຸມພາ ຢູ່ເຂດທ່ອງທ່ຽວພັກຜ່ອນບໍາລຸງສຸຂະພາບຢູ່ພູ Geumgang, ຂຶ້ນກັບຜືນແຜນດິນຂອງ ສປປ.ເກົາຫຼີ. ເຂົ້າຮ່ວມເຫດການດັ່ງກ່າວມີຜູ້ແທນຂອງ ສ.ເກົາຫຼີ ປະມານ 200 ທ່ານ ແລະ ຜູ້ແທນຂອງ ສປປ.ເກົາຫຼີ ປະມານ 100 ທ່ານ, ເຊິ່ງແມ່ນຜູ້ແທນຂອງບັນດາອົງການຈັດຕັ້ງ ຄື: ຄະນະກໍາມະການປະຕິບັດຖະແຫຼງການຮ່ວມລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ໄດ້ລົງນາມໃນວັນທີ 15 ມິຖຸນາ ປີ 2000, ສະພາຮ່ວມມືໄກ່ເກ່ຍປອງດອງຊາດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງທາງສາສະໜາ ແລະ ພົນລະເຮືອນ ພ້ອມດ້ວຍຜູ້ແທນສາກົນ 15 ທ່ານ.

        ໃນວັນທໍາອິດ, ເຫດການດັ່ງກ່າວ ໄດ້ຮັບຮອງເອົາ “ຄໍາຮຽກຮ້ອງໄດ້ສົ່ງເຖິງປະຊາຊົນໃນທົ່ວປະເທດ 80 ລ້ານຄົນ”, ກໍານົດໄລຍະເວລາ ແຕ່ວັນທີ 27 ເມສາ - 19 ກັນຍາ ຈະມາເຖິງແມ່ນເວລາປະຕິບັດ “ຖະແຫຼງການ Panmunjom ທີ່ລົງນາມໃນວັນທີ 27 ເມສາ” ແລະ “ຖະແຫຼງການຮ່ວມພຽງຢາງ ທີ່ລົງນາມໃນວັນທີີ 19 ກັນຍາ” ທີ່ໄດ້ລົງນາມໃນປີແລ້ວນີ້, ຈາກນັ້ນ ຜັນຂະຫຍາຍບັນດາການຂົນຂວາຍປະຕິບັດຖະແຫຼງການຮ່ວມລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ຢູ່ຕ່າງປະເທດ.

        ນອກຈາກນັ້ນ, ຜູ້ຕາງໜ້າຂອງແຕ່ລະຂົງເຂດຂອງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍັງໄດ້ສະເໜີການເຄື່ອນໄຫວພົວພັນແລກປ່ຽນທີ່ຫຼາຍຮູບຫຼາຍແບບ, ແລກປ່ຽນເບີໂທລະສັບຕິດຕໍ່ກັນ, ໃຫ້ຄໍາໝັ້ນສັນຍາເພີ່ມທະວີການແລກປ່ຽນ ແລະ ປຶກສາຫາລືໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ