ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຕິດຕັ້ງລະບົບສັງເກດເປັນປະຈຳຢູ່ເຂດອຸດສາຫະກຳ Kaesong

ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຕິດຕັ້ງລະບົບສັງເກດເປັນປະຈຳຢູ່ເຂດອຸດສາຫະກຳ Kaesong - ảnh 1
(ພາບປະກອບ: blogs.ubc.ca)

(vovworld) – ກະຊວງ​ໂຮມ​ປະ​ເທດ​ເປັນ​​ເອກະພາບສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ​ເລື່ອງ​ຕິດ​ຕັ້ງ​ລະບົບ​ສົ່ງ​ຂໍ້​ມູນ​ໃໝ່​ຢູ່​ເຂດ​ອຸດສາຫະກຳ​ຮ່ວມ ທີ່​ນະຄອນ​ຊາຍ​ແດນ​ Keasong ຂອງ ສປປ.​ເກົາ​ຫຼີ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໄປມາ​ຜ່ານ​ເຂດ​ຊາຍ​ແດນ.

        ​ເລື່ອງ​ຕິດ​ຕັ້ງ​ລະບົບ​ເອ​ເລກ​ໂຕ​ນິກນີ້ ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ທ້າຍ​ປີ 2013. ລະບົບ​ຈະ​ອະນຸດ​ຍາດ​ໃຫ້​ບັນດາ​ນັກ​ຄຸ້ມ​ຄອງ​ໂຮງງານ​ຂອງ​ສ.​ເກົາຫຼີ ​ເຂົ້າ, ອອກ​ເຂດ​ອຸດສາຫະກຳ​ໃນ​ບໍ່​ວ່າ​ເວລາ​ໃດໃນ​ໄລຍະ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ອະນຸດ​ຍາດ​ຜ່ານ​​ເຂດຊາຍ​ແດນ.

        ຫວ່າງ​ແລ້ວ​​ນີ້, ສ.​ເກົາຫຼີ ​​ເຄີຍຝາກ​ບັນຊີ​ລາຍ​ຊື່​ບຸກຄົນ​ທີ່​ຈະ​ມາຢາມ​ເຂດ​ອຸດສາຫະກຳ​ກ່ອນການ​ຢ້ຽມຢາມ​ 1 ວັນ​, ​ໃນ​ຂະນະນັ້ນ​ ​ສປປ.​ເກົາຫຼີ ພຽງ​ແຕ່​ອະນຸດ​ຍາດ​ໃຫ້ຊາວ​​ສ.​ເກົາ​ຫຼີ ​ເຂົ້າ ​ແລະ ອອກ​ເຂດ​ດັ່ງກ່າວ​ໃນ​ເວລາ​ທີ່​ໄດ້ກຳນົດ​ກ່ອນນັ້ນ​ແລ້ວ.
ຂ່າວ/ບົດ​ອື່ນ