ສ.ເກົາຫຼີ ແລະ ສປປ.ເກົາຫຼີ ປຶກສາຫາລືແຜນການລະອຽດໃຫ້ການເຈລະຈາຂັ້ນສູງໃກ້ຈະມາເຖິງ

(VOVWORLD) -ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພວມຕັ້ງໜ້າກະກຽມໃຫ້ການເຈລະຈາຂັ້ນສູງ, ເຊິ່ງໄດ້ 2 ຝ່າຍເຫັນດີເປັນເອກະພາບນຳກັນວ່າ ຈະດຳເນີນໃນວັນທີ 09 ມັງກອນ. ວັນທີ 06 ມັງກອນ, ບັນດາເນື້ອໃນລະອຽດກ່ວາ ໃຫ້ການເຈລະຈາ ຈະໄດ້ປຶກສາຫາລືຢ່າງລະອຽດຈາກ 2 ຝ່າຍ.

ການເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ທຳອິດໃນຮອບ 2 ປີຜ່ານມາ ຈະໄດ້ຈັດຕັ້ງຢູ່ບ້ານຢຸດຕິການຮົບ Panmunjom ຢູ່ຊາຍແດນທາງບົກລະຫວ່າງ 2 ພາກ ເກົາຫຼີ. ຕາມກະຊວງເອກະພາບ ສ.ເກົາຫຼີ ແລ້ວ, ໂດຍຜ່ານໂທລະສັບສາຍດ່ວນທີ່ຫາກໍ່ໄດ້ເຊື່ອມຕໍ່ຄືນນັ້ນ ເຈົ້າໜ້າທີ່ 2 ປະເທດ ຈະປຶກສາຫາລືຢ່າງລະອຽດກ່ວາກ່ຽວກັບບັນດາເນື້ອໃນກະກຽມ, ໃນນັ້ນ ມີວິທີການຈັດຕັ້ງ ແລະ ພາກສ່ວນທີ່ເຂົ້າຮ່ວມການເຈລະຈາ. ການເຈລະຈາ ຈະສຸມໃສ່ປຶກສາຫາລືເລື່ອງ ສປປ.ເກົາຫຼີ ຈັດສົ່ງຄະນະນັກກິລາເຂົ້າຮ່ວມ Olympic ລະດູໜາວ Pyeong Chang 2018 ພ້ອມດ້ວຍບັນດາມາດຕະການປັບປຸງການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ