ສ.ເກົາຫຼີ ແລະ ສປປເກົາຫຼີ ເລີ່ມປະຕິບັດຮອບເຈລະຈາຕັ້ງທີ 6 ກ່ຽວກັບ Kaesong

ສ.ເກົາຫຼີ ແລະ ສປປເກົາຫຼີ ເລີ່ມປະຕິບັດຮອບເຈລະຈາຕັ້ງທີ 6 ກ່ຽວກັບ Kaesong - ảnh 1
ເຂ​ດອຸດສາຫະກຳ​ລວມ Kaesong
(ພາບ: Yonhap)

(vovworld) - ຕອນ​ເຊົ້າ​ວັນ​ທີ 25/07, ສ.​ເກົາຫຼີ ​ແລະ ສປປ​ເກົາຫຼີ ​​ໄດ້ເລີ່​ມປະຕິບັດຮອບ​ເຈລະຈາ​ຄັ້ງ​ທີ 6 ຂັ້ນ​ນັກວິຊາການ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ເຂ​ດອຸດສາຫະກຳ​ລວມ Kaesong ​ເຊິ່ງຖືກປິດ​ປະຕູ​ໃນ 3 ​ເດືອນ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ກ່ອນ​ທີ່​ເດີນທາງ​​ໄປ​ເຂດ​ອຸດສາຫະກຳ Kaesong, ຫົວ​ໜ້າ​ຄະນະນັກ​ເຈລະຈາ​ຝ່າຍ​ສ.​ເກົາຫຼີ, ທ່ານ Kim Kiwoong ຢືນຢັນ​ວ່າ ​ເຊີ​ອຸນ ​ເຂົ້າ​ຮ່ວມ​ຮອບ​ເຈລະຈາ​ຄັ້ງ​ນີ້ ​ດ້ວຍ​ຈຸດປະສົງ​ບໍ່ປະ​ໃຫ້​​ເກີດ​ບັນດາ​ເຫດການ​ທີ່​ກໍ່​ຄວາມ​ວິຕົກ​ກັງວົນ​ໃນໝູ່​ປະຊາຊົນ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນຫາ​ເຂດ​ອຸດສາຫະກຳ​ລວມ Kaesong.
ຂ່າວ/ບົດ​ອື່ນ