ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເຫັນດີກຳນົດເວລາດຳເນີນການເຈລະຈາເຊື່ອມຕໍ່ການເຄື່ອນໄຫວຢູ່ Kaesong

ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເຫັນດີກຳນົດເວລາດຳເນີນການເຈລະຈາເຊື່ອມຕໍ່ການເຄື່ອນໄຫວຢູ່ Kaesong - ảnh 1
(ເຂດ​ອຸດສາຫະກຳ Keasong)

(vovworld) - ​ ວັນ​ທີ 04/07, ກະຊວງ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນເອກະ​ພາບ​ສ.​ເກົາ​ຫຼີ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້ ​ແລະ ສປປ.​ເກົາຫຼີ ​ໄດ້​ເຫັນ​ດີ​ຕໍ່ເວລາ​ຈັດ​ຕັ້ງ​ການ​ເຈລະຈາ​ຂັ້ນ​ນັກວິຊາ​ການ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດສາຫະກຳ Keasong. ​ເຊິ່ງຕາມ​ນັ້ນ​ແລ້ວ, ການ​ເຈລະຈາ​ ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 06/07, ຢູ່​ບ້ານ​ຢຸດ​ຮົບ Panmunjeom. ພຽງ​ຢາງ ​ໄດ້​ເຫັນ​ດີ​ຕໍ່ຂໍ້​ສະ​ເໜີ​ດຳ​ເນີນ​ການເຈລະຈາ​ຂອງ ​ເຊີ​ອຸນ ທີ່​ຍົກ​ອອກ​ມາ​ກ່ອນ​ນັ້ນ​​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ Keasong. ​ໃນ​ຂໍ້​ສະ​ເໜີ​ຂອງ​ຕົນ, ທ່ານ​ລັດຖະມົນຕີ​ກະຊວງທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ​​ເຊີ​ອຸນ ຈະສົ່ງ​ສະມາຊິກ​ 3 ທ່ານ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ເຫຼົ່າ​ນີ້. ​ການກະທຳ​ດັ່ງກ່າວ​ຖືກ​ຖືວ່າ ​ແມ່​ນສັນຍານດີ​ພໍ​ສົມຄວນ​ໃນ​ການ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ພາກ​ເກົາຫຼີ. ວັນ​ທີ 03/07 ຜ່ານ​ມາ, ພຽງ​ຢາງ ​ໄດ້​ອະ​ນຸຍາດ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ ນັກ​ທຸລະ​ກິດສ.​ເກົາຫຼີ ​ໄປ​ຍັງ​ເຂດ​ອຸດສາຫະກຳ​ນີ້. ​ໃນ​ຈົດໝາຍ​ສະບັບ​ໜຶ່ງ ສປປ.​ເກົາຫຼີ ​ໃຫ້​ຮູ້​ວ່າ ຈະ​ “ອະນຸຍາດ​ໃຫ້​ບັນດາ​ນັກທຸລະກິດ​ສ.​ເກົາຫຼີ ມາ​ເຂດ​ອຸດສາຫະກຳລວມ Keasong ​ເພື່ອ​ດຳ​ເນີນ​ບັນດາ​ມາດ​ຕະການ​ຮີບ​ດ່ວນ​ທີ່​ກ່ຽວຂ້ອງ​ເຖິງ​​ເລື່ອງບັນດາອຸ​ປະກອນວັດຖຸ ອາດ​ຈະ​ຖືກ​ເປ່​ເພໃນ​ລະດູຝົນນີ້”.
ຂ່າວ/ບົດ​ອື່ນ