ສເກົາຫຼີ ແລະ ສປປເກົາຫຼີບັນລຸໄດ້ຂໍ້ຕົກລົງ6ຂໍ້ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ

ສເກົາຫຼີ ແລະ ສປປເກົາຫຼີບັນລຸໄດ້ຂໍ້ຕົກລົງ6ຂໍ້ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ - ảnh 1
ສເກົາຫຼີ ແລະ ສປປເກົາຫຼີບັນລຸໄດ້
ຂໍ້ຕົກລົງ6ຂໍ້ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ
(ພາບປະກອບ: Reuters)

(vovworld) - ຕອນ​ຄຳ່​ວັນ​ທີ 24/8, ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ສິ້ນ​ສຸດ​ການ​ເຈລະຈາ​ຂັ້ນ​ສູງ​ທີ່​ແກ່ຍາວ​ໃນ​ຕະຫຼອດ 43 ຊົ່ວ​ໂມງ ​ຢູ່​ບ້ານ​ຢຸດ​ຮົບ PanmunJom, ດ້ວຍ​ຂໍ້​ຕົກລົງ 6 ຂໍ້ ​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີ​ຂໍ້​ຕົກລົງ​ມີ​ບາງ​ເນື້ອ​ໃນ​ມີ່​ໜ້າ​ສົນ​ໃຈ​ນັ້ນ​​ແມ່ນ: ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ​ເຫັນ​ດີ​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ຢູ່​ເຊີ​ອູ​ນ ຫຼື​ພຽງ​ຢາງ ​ໃນ​ໄລຍະ​ເວລາ​ໄວ​ສຸດ ​ເພື່ອ​ປັບປຸງ​ການ​ພົວພັນ​ລະຫວ່າງ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ, ກໍ່​ຄື​ຈະ​ສືບ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ບັນ​ຫາ​ອື່ນໆ; ສ​ເກົາ​ຫຼີ ຈະ​ຢຸດ​ບັ້ນ​ໂຄສະນາ​ຕ້ານ​ພຽງ​ຢາງ ດ້ວຍ​ລະບົບ​ໂທລະ​ໂຄ່ງ ຢູ່​ເຂດ​ຊາຍ​ແດນ​ເລີ່​ມ​ແຕ່​ເວລາ 0 ​ໂມງ 00, ວັນ​ທີ 25/8 ​ແລະ ສປປ​ເກົາຫຼີ ​ເຫັນ​ດີ​ຍຸບ​ເລີກ​ຄຳ​ສັ່ງ​ ໃຫ້​ກອງທັບ​ຢູ່​ໃນ​ສະພາວະ​ສົງຄາມ. ພ້ອມ​ກັນ​ນັ້ນ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ກໍ່​ເຫັນ​ດີ​ໃຫ້​ບັນດາ​ຄອບຄົວ​ທີ່​ຖືກພັດ​ພາກ​ຈາກ​ກັນ​ໃນ​ສົງຄາມ​ເກົາຫຼີ (1950-1953) ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ໂອກາດ​ບຸນວັນ​ເພງ​ເດືອນ 8 ​ແລະ ຈະ​ສືບ​ຕໍ່​ຈັດການ​ເຕົ້າ​ໂຮມກັນ​ຄື​ດັ່ງກ່າວ​ໃນ​ອະນາຄົດ​ອີກ.

ຂ່າວ/ບົດ​ອື່ນ