ສ.ເກົາຫຼີ ແລະ ອົດ​ສະ​ຕາ​ລີ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ​ຄືນ​ໃໝ່

(VOVWORLD) -ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ໄດ້ໃຫ້ຂໍ້ສັງເກດວ່າ ອົດສະຕາລີ ແລະ ສ.ເກົາຫຼີ ແມ່ນສອງປະເທດທີ່ມີວິໄສທັດລວມ ກ່ຽວກັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກທີ່ປອດໄພ, ເປີດກ້ວາງ, ວັດທະນາຖາວອນ ອີງໃສ່ການຄ້າເສລີ ແລະ ອຳນາດນິຕິບັນຍັດ.
ສ.ເກົາຫຼີ ແລະ ອົດ​ສະ​ຕາ​ລີ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ​ຄືນ​ໃໝ່ - ảnh 1ການເຈລະຈາ 2+2  ລະຫວ່າງ ສ.ເກົາຫຼີ ແລະ ອົດສະຕາລີ (ພາບ: TTXVN)

ສ.ເກົາຫຼີ ແລະ ອົດສະຕາລີ ໄດ້ຢັ້ງຢືນຄຳໝັ້ນສັນຍາ ຊຸກຍູ້ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ໃນການເຈລະຈາ 2+2 ທີ່ໄດ້ດຳເນີນໃນວັນທີ 13 ກັນຍາ ລະຫວ່າງ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Chung Eui-yong ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Suh Wook ຂອງ ສ.ເກົາຫຼີ ກັບບັນດາຄູ່ຮ່ວມຕຳແໜ່ງຂອງອົດສະຕາລີ ແມ່ນທ່ານນາງ Marise Payne ແລະທ່ານ Peter Dutton. ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ໄດ້ໃຫ້ຂໍ້ສັງເກດວ່າ ອົດສະຕາລີ ແລະ ສ.ເກົາຫຼີ ແມ່ນສອງປະເທດທີ່ມີວິໄສທັດລວມ ກ່ຽວກັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກທີ່ປອດໄພ, ເປີດກ້ວາງ, ວັດທະນາຖາວອນ ອີງໃສ່ການຄ້າເສລີ ແລະ ອຳນາດນິຕິບັນຍັດ. ທ່ານນາງ ກໍ່ສະແດງການຄັດຄ້ານຕໍ່ບັນດາການເຄື່ອນໄຫວເສດຖະກິດທີ່ມີລັກສະນະແບບບັງຄັບ ເຮັດໃຫ້ລະບົບການຄ້າອີງໃສ່ກົດໝາຍອ່ອນລົງ.

ກ່ຽວກັບບັນຫາ ສປປ.ເກົາຫຼີ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui-yong ໄດ້ເນັ້ນໜັກເຖິງຄວາມຕ້ອງການຢ່າງຮີບດ່ວນໃນການເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີຄືນໃໝ່. ໃນຂະນະນັ້ນ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne ເນັ້ນໜັກເຖິງສັນຕິພາບ ແລະ ສະຖຽນລະພາບອັນຍາວນາມຢູ່ແຫຼມເກົາຫຼີ ພຽງແຕ່ບັນລຸໄດ້ຜ່ານການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ