ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ຂຶ້ນ​ແຜນ​ຊ້ອມ​ຮົບ​ຍິງ​​ດ້ວຍ​ລູກປືນ​ແທ້​ ໃນ​ຂອບ​ຂະ​ໜາດ​ໃຫຍ່

(VOVWORLD) - ສ.ເກົາຫຼີ ແລະ ອາເມລິກາ ມີແຜນການຊ້ອມຮົບຮ່ວມດ້ວຍການຍິງລູກປືນແທ້ “ຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ” ໃນເດືອນ ມິຖຸນາ ຈະມາເຖິງ, ເໝືອນວ່າເປັນສ່ວນໜຶ່ງໃນລາຍການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນສຳພັນທະມິດ ຄົບຮອບ 70 ປີ.
ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ຂຶ້ນ​ແຜນ​ຊ້ອມ​ຮົບ​ຍິງ​​ດ້ວຍ​ລູກປືນ​ແທ້​ ໃນ​ຂອບ​ຂະ​ໜາດ​ໃຫຍ່ - ảnh 1 ທະຫານ ອາເມລິກາ ແລະ ສ.ເກົາຫຼີ ຊ້ອມຮົບຮ່ວມໃນວັນທີ 15 ມີນາ (ພາບ:Yonhap/ TTXVN)

ວັນທີ 22 ມີນາ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ ແລະ ອາເມລິກາ ມີແຜນການຊ້ອມຮົບຮ່ວມດ້ວຍການຍິງລູກປືນແທ້ “ຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ” ໃນເດືອນ ມິຖຸນາ ຈະມາເຖິງ, ເໝືອນວ່າເປັນສ່ວນໜຶ່ງໃນລາຍການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນສຳພັນທະມິດ ຄົບຮອບ 70 ປີ (1953 – 2023).

        ຕາມກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລ້ວ, ແຜນການດັ່ງກ່າວໄດ້ສ້າງຂຶ້ນເພື່ອເພີ່ມທະວີຄວາມຜູກພັນລະຫວ່າງສອງປະເທດສຳພັນທະມິດ, ສະແດງທ່າໄດ້ປຽບທາງດ້ານເຕັກໂນໂລຢີຂອງສອງກຳລັງກອງທັບ. ຄາດວ່າ, ສອງປະເທດ ຈະລະດົມອຸປະກອນການທະຫານເຕັກໂນໂລຢີສູງ ເພື່ອແນໃສ່ຢັ້ງຢືນກຳລັງແຮງທາງດ້ານອາວຸດ ແລະ ຄວາມສາມາດຈັດສົ່ງກຳລັງຂອງສຳພັນທະມິດ.


ຕອບກັບ

ຂ່າວ/ບົດ​ອື່ນ