ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ຊ້ອມ​ຮົບ​ຍິງ​ລູກ​ປືນ​ແທ້​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ

(VOVWORLD) - ການຊ້ອມຮົບໄດ້ດຳເນີນຢູ່ໂຮງຮຽນຝືກແອບການຍິງ Seungjin ຢູ່ Pocheon, ຫ່າງຈາກນະຄອນຫຼວງເຊີອູນ 52 ກີໂລແມັດໄປທາງທິດຕາເວັນອອກສ່ຽງເໜືອ.
ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ຊ້ອມ​ຮົບ​ຍິງ​ລູກ​ປືນ​ແທ້​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ - ảnh 1ພາບປະກອບ: TTXVN

ວັນທີ 25 ພຶດສະພາ, ສ.ເກົາຫຼີ ແລະ ອາເມລິກາ ເລີ່ມການຊ້ອມຮົບສົມທົບກັບການຍິງລູກປືນແທ້ ດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງການສ້າງຕັ້ງສຳພັນທະມິດ ແລະ 75 ປີແຫ່ງການສ້າງຕັ້ງກອງທັບສ.ເກົາຫຼີ. ການຊ້ອມຮົບໄດ້ດຳເນີນຢູ່ໂຮງຮຽນຝືກແອບການຍິງ Seungjin ຢູ່ Pocheon, ຫ່າງຈາກນະຄອນຫຼວງເຊີອູນ 52 ກີໂລແມັດໄປທາງທິດຕາເວັນອອກສ່ຽງເໜືອ, ດ້ວຍການເຂົ້າຮ່ວມຂອງນັກຮົບປະມານ 2.500 ຄົນ ທີ່ມາຈາກ 72 ກົມກອງກອງທັບ ຂອງສ.ເກົາຫຼີ ແລະ ອາເມລິກາ ພ້ອມກັບອາວຸດຍຸດທະພັນປະມານ 600 ຢ່າງ. ການຊ້ອມຮົບຮ່ວມແມ່ນເພື່ອແນໃສ່ເພີ່ມທະວີຄວາມສາມາດກຽມພ້ອມຮັບມືກັບບັນດາໄພນາບຂູ່ດ້ານນິວເຄຼຍ, ລູກສອນໄຟ ແລະ ຄວາມສ່ຽງເກີດການບຸກໂຈມຕີ, ກໍ່ຄືເພີ່ມທະວີຄວາມສາມາດໃນການບຸກໂຈມຕີ. ຄາດວ່າ, ສອງປະເທດຈະດຳເນີນການຊ້ອມຮົບຮ່ວມຕື່ມອີກ 4 ຄັ້ງໃນເດືອນກໍລະກົດ. ສປປ.ເກົາຫຼີ ໄດ້ກ່າວເຕືອນການຊ້ອມຮົບຮ່ວມລະຫວ່າງອາເມລິກາ ແລະ ສ.ເກົາຫຼີ ເປັນຫຼາຍຄັ້ງ ຍ້ອນກໍ່ຜົນກະທົບຕໍ່ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ, ກໍ່ຄືພາກພື້ນ ແລະ ຍູ້ແຫຼມເກົາຫຼີໃຫ້ຕົກເຂົ້າສູ່ໄລຍະເປັນອັນຕະລາຍກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ