ສ.ເກົາຫຼີ ແລະ ອາເມລິກາ ເລີ່ມດຳເນີນການຊ້ອມຮົບຮ່ວມ

(VOVWORLD) -  ວັນທີ 05 ສິງຫາ, ສ.ເກົາຫຼີ ແລະ ອາເມລິກາ ເລີ່ມຕົ້ນດຳເນີນການຊ້ອມຮົບຮ່ວມ ເຊິ່ງໄດ້ຂຶ້ນແຜນແກ່ຍາວເປັນເວລາເຄິ່ງເດືອນ. ນີ້ແມ່ນການຊ້ອມຮົບດ້ວຍໜ້າທີ່ເປັນເສນາທິການໃຫ້ແກ່ກອງບັນຊາການຜ່ານຄອມພິວເຕີ (CPX) ດ້ວຍຈຸດປະສົງຮັບມືຕໍ່ກໍລະນີສຸກເສີນໃນແຫຼມ ເກົາຫຼີ.

        ການຊ້ອມຮົບໄດ້ດຳເນີນຕາມຮູບແບບສົມມຸດຖານກໍລະນີເກີດສົງຄາມຜ່ານຄອມພິວເຕີ. ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ ຝ່າຍ ເຊີອູນ ຄາດວ່າຈະມີສະພາຫົວໜ້າເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ, ກອງບັນຊາການສູ້ຮົບຂອງກອງທັບບົກ, ກອງທັບອາກາດ ແລະ ກອງທັບເຮືອ. ຝ່າຍ ອາເມລິກາ ມີການເຂົ້າຮ່ວມຂອງກອງບັນຊາການກຳລັງທະຫານປະສົມ ສ.ເກົາຫຼີ - ອາເມລິກາ, ກອງບັນຊາການທະຫານ ອາເມລິກາ ປະຈຳ ສ.ເກົາຫຼີ ແລະ ກອງບັນຊາການກຳລັງມະຫາສະໝຸດອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ