ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​​ເລີ່​ມຕົ້ນເຈລະຈາ​ຮອບ​ໃໝ່ກ່ຽວກັບ​ການ​ແບ່ງປັນ​ຄ່າ​ໃຊ້​ຈ່າຍ​ທາງ​ການທະຫານ

(VOVWORLD) -   ວັນທີ 17 ທັນວາ, ສ.ເກົາຫຼີ  ແລະ ອາເມລິກາ ໄດ້ເລີ່ມດໍາເນີນການເຈລະຈາຮອບໃໝ່ ກ່ຽວກັບບັນຫາແບ່ງປັນຄ່າໃຊ້ຈ່າຍທາງການທະຫານ ໃຫ້ແກ່ກໍາລັງ ອາເມລິກາທີ່ ປະຈໍາ ຢູ່ ສ.ເກົາຫຼີ, ໃນສະພາບການທີ່ຂໍ້ຕົກລົງປັດຈຸບັນ ຄາດວ່າຈະໝົດຜົນສັກສິດໃນ 2 ອາທິດຈະມາເຖິງນີ້. 
ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​​ເລີ່​ມຕົ້ນເຈລະຈາ​ຮອບ​ໃໝ່ກ່ຽວກັບ​ການ​ແບ່ງປັນ​ຄ່າ​ໃຊ້​ຈ່າຍ​ທາງ​ການທະຫານ - ảnh 1 ທະຫານ ອາເມລິກາ ແລະ ສ.ເກົາຫຼີ ຊ້ອມຮົບຮ່ວມຢູ່  Yeoncheon  ປີ 2015 (ພາບ: AP) 

ຄາດວ່າ ບັນດາການເຈລະຈາໃນອາທິດນີ້ ຈະແກ່ຍາວໄປຮອດວັນທີ 18 ທັນວາ ແລະ ອາດຈະແມ່ນການເຈລະຈາຮອບສຸດທ້າຍ ກ່ອນທີ່ຂໍ້ຕົກລົງວ່າດ້ວຍມາດຕະການພິເສດ (SMA) ໝົດຜົນສັກສິດໃນວັນທີ 31 ທັນວາ ຈະມາເຖິງ.

        ສອງຝ່າຍຍັງຄົງມີຄວາມບໍ່ລົງລອຍກັນກ່ຽວກັບຈໍານວນເງິນທີ່ ເຊີອຸນ ຕ້ອງຈ່າຍເພື່ອຮັກສາ ບັນດາກໍາລັງ ອາເມລິກາ ທີ່ປະຈໍາຢູ່ ສ.ເກົາຫຼີ (USFK) ດ້ວຍຈໍານວນພົນທະຫານແມ່ນ 28.500 ຄົນ. ຕາມຂໍ້ຕົກລົງ SMA ແລ້ວ, ປີນີ້, ສ.ເກົາຫຼີ ຕ້ອງຈ່າຍ 870 ລ້ານ USD, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີແລ້ວນີ້. ຜ່ານການເຈລະຈາມາຫຼາຍຄັ້ງ, ວໍຊີງຕັນ ຮຽກຮ້ອງໃຫ້ເຊີອຸນ ຈ່າຍເງິນເພີ່ມຕື່ມອີກຂຶ້ນເຖິງເກືອບ 5 ຕື້ USD ໃນປີ 2020, ໃນຂະນະນັ້ນ, ເຊີອຸ ຖືວ່າ ຈໍານວນເງິນດັ່ງກ່າວນີ້ ແມ່ນບໍ່ເໝາະສົມ.


ຕອບກັບ

ຂ່າວ/ບົດ​ອື່ນ