ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ໂຈະ​ການ​ຊ້ອມ​ຮົບຮ່ວມ​ກອງ​ທັບ​ອາ​ກາດ ເພື່​ອ​ຊຸກ​ຍູ້​ຄວາມ ມາ​ນະ​ພະ​ຍາ​ຍາມທາງການ​ທູດ​ກັບ​ສ​ປ​ປ.ເກົາຫຼີ

(VOVWORLD) -ທ່ານ Mark Esper ກໍ່ເນັ້ນໜັກວ່າ ອາເມລິກາ ແລະ ສ.ເກົາຫຼີ ຍັງມີຄວາມຂະຫຍັນຂັນເຄື່ອນໃນການຍົກອອກວິທີການໜູນຊ່ວຍຄວາມມານະພະຍາຍາມທາງການທູດກັບ ພຽງຢາງ, ດັ່ງນັ້ນ ສອງປະເທດຈະບໍ່ປິດບໍ່ວ່າປະຕູໃດທີ່ສ້າງເງື່ອນໄຂໃຫ້ແກ່ຄວາມຄືບໜ້າໃນບັ້ນຮົບທາງການທູດ.
ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ໂຈະ​ການ​ຊ້ອມ​ຮົບຮ່ວມ​ກອງ​ທັບ​ອາ​ກາດ ເພື່​ອ​ຊຸກ​ຍູ້​ຄວາມ ມາ​ນະ​ພະ​ຍາ​ຍາມທາງການ​ທູດ​ກັບ​ສ​ປ​ປ.ເກົາຫຼີ - ảnh 1 ທ່ານ Jeong Kyeong –doo ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລະ ຄູ່ຕຳແໜ່ງອາເມລິກາ Mark Esper (ພາບ: TTXVN)

ວັນທີ 17 ພະຈິກ, ສ.ເກົາຫຼີ ແລະ ອາເມລິກາໄດ້ຕັດສິນໃຈໂຈະບັນດາການເຄື່ອນໄຫວຊ້ອມຮົບຮ່ວມກອງທັບອາກາດ ໃນລະດູໜາວເຊິ່ງ ຄາດວ່າຈະດຳເນີນໃນທ້າຍເດືອນນີ້, ເພື່ອແນໃສ່ຊຸກຍູ້ຄວາມມານະພະຍາຍາມທາງການທູດກັບ ສປປ.ເກົາຫຼີໃນປັດຈຸບັນ. ທ່ານ Jeong Kyeong –doo ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລະ ຄູ່ຕຳແໜ່ງອາເມລິກາ Mark Esper ໄດ້ຍົກອອກຖະແຫຼງການດັ່ງກ່າວຢູ່ນອກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ ຄັ້ງທີ 6 ADMM+ ຢູ່ນະຄອນຫຼວງບາງກອກ, ປະເທດໄທ. ກ່່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Mark Esper ຢັ້ງຢືນວ່າ ການກະທຳນີ້ບໍ່ແມ່ນຄວາມປະນິປະນອມເຊິ່ງແມ່ນເຈດຕະນາດີ “ເພື່ອສ້າງໂອກາດໃຫ້ແກ່ສັນຕິພາບ”. ທ່ານ Mark Esper ກໍ່ເນັ້ນໜັກວ່າ ອາເມລິກາ ແລະ ສ.ເກົາຫຼີ ຍັງມີຄວາມຂະຫຍັນຂັນເຄື່ອນໃນການຍົກອອກວິທີການໜູນຊ່ວຍຄວາມມານະພະຍາຍາມທາງການທູດກັບ ພຽງຢາງ, ດັ່ງນັ້ນ ສອງປະເທດຈະບໍ່ປິດບໍ່ວ່າປະຕູໃດທີ່ສ້າງເງື່ອນໄຂໃຫ້ແກ່ຄວາມຄືບໜ້າໃນບັ້ນຮົບທາງການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ