ສ.ເກົາຫຼີ ແລະ ແຟງລັງ ເພີ່ມທະວີການຮ່ວມມື, ສ້າງສັນຕິພາບ

(VOVWORLD) -ໃນຂອບເຂດການຢ້ຽມຢາມແຟງລັງ ຢ່າງເປັນທາງການ, ເຊິ່ງແມ່ນປະເທດທຳອິດໃນການເດີນທາງໄປຢ້ຽມຢາມ 3 ປະເທດເອີລົບເໜືອ, ວັນທີ 10 ມິຖຸນາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີແຟງລັງ Sauli Niinisto.

ສ.ເກົາຫຼີ ແລະ ແຟງລັງ ເພີ່ມທະວີການຮ່ວມມື, ສ້າງສັນຕິພາບ - ảnh 1

ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ທ່ານປະທານາທິບໍດີແຟງລັງ Sauli Niinisto 

(ພາບ: koreajoongangdaily.joins.com)

ທ່ານປະທານາທິບໍດີ Moon Jae in ໄດ້ສະເໜີກ່ຽວກັບນະໂຍບາຍ, ທິດທາງສັນຕິພາບໃນແຫຼມເກົາຫຼີ, ພ້ອມທັງສະເໜີການສະໜັບສະໜູນຂອງແຟງລັງ, ເຊິ່ງແມ່ນປະເທດຈະດຳລົງຕຳແໜ່ງປະທານສະຫະພາບເອີລົບ (EU) ໃນ 6 ເດືອນທ້າຍປີ 2019.

        ສ່ວນທ່ານປະທານາທິບໍດີແຟງລັງ Sauli Niinisto ຢືນຢັນການສະໜັບສະໜູນຢ່າງແຮງຂອງແຟງລັງ ສຳລັບບັນດາຄວາມມານະພະຍາຍາມຂອງເຊີອູນ ໃນການສ້າງສັນຕິພາບໃນແຫຼມເກົາຫຼີ.

        ຕໍ່ຈາກນັ້ນ, ທ່ານປະທານາທິບໍດີ Moon Jae in ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເປີດກວ້າງ, ປຶກສາຫາລືກ່ຽວກັບບັນດາມາດຕະການພົບປະແລກປ່ຽນ, ຮ່ວມມືກັບແຟງລັງ, ເຊິ່ງແມ່ນປະເທດນຳໜ້າກ່ຽວກັບການເລີ່ມທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ