ສ.​ເກົາຫຼີ ​ໃຫ້​ຂໍ້​ສັງ​ເກດ​ວ່າ ສປປ.​ເກົາຫຼີ ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 2 ລູກ

(VOVWORLD) - ຕາມການສັງເກດຂອງ ຫົວໜ້າສະພາເສນາທິການກອງກໍາລັງທະຫານປະສົມສ.ເກົາຫຼີ (JCS) ແລ້ວ,  ເບິ່ງຄືວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນ 2 ລູກ ໄປສູ່ທິດທະເລຍີ່ປຸ່ນ ໃນຕອນເຊົ້າວັນທີ 29 ມີນາ.
ສ.​ເກົາຫຼີ ​ໃຫ້​ຂໍ້​ສັງ​ເກດ​ວ່າ ສປປ.​ເກົາຫຼີ ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 2 ລູກ - ảnh 1ການຍິງລູກສອນໄຟ ໃນວັນທີ 31/7/2019 ຢູ່ສປປ.ເກົາຫຼີ (ພາບເອກະສານ:  AFP/TTXVN)

        JCS ຖືວ່າ, ລູກສອນໄຟທັງສອງລູກດັ່ງກ່າວ ບິນໄດ້ປະມານ 230 ກິໂລແມັດ ແລະ ບັນລຸລະດັບບິນສູງສຸດແມ່ນ 30 ກິໂລແມັດ. ປັດຈຸບັນ, ວົງການສືບລາສະການລັບ ອາເມລິກາ ແລະ ສ.ເກົາຫຼີ ພວມວິໄຈຂໍ້ມູນຕ່າງໆ ເພື່ອຢັ້ງຢືນຂໍ້ມູນລະອຽດກ່ຽວກັບເຫດຍິງລູກສອນໄຟດັ່ງກ່າວຢ່າງໄວວາ.

        JCS ກໍ ໄດ້ຍົກອອກຖະແຫຼງການຮຽກຮ້ອງ ສປປ.ເກົາລີ ຢຸດຕິການກະທໍາດັ່ງກ່າວຢ່າງທັນທີ, ໃນສະພາບທີ່ໂລກພວມຕ້ອງຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດ ເພື່ອຮັບມືກັບໂລກລະບາດໂຄວິດ - 19.

        ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ກໍຊີ້ນໍາໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ເກັບກໍາ ແລະ ໄຈ້ແຍກຂໍ້ມູນກ່ຽວກັບເຫດການດັ່ງກ່າວ. ສ່ວນທ່ານ Taro Kono ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ເນັ້ນໜັກວ່າ ການກະທໍາດັ່ງກ່າວແມ່ນການເກາະຜິດຂອງ ສປປ.ເກົາຫຼີ ສໍາລັບປະຊາຄົມສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ