ສ.ເກົາຫຼີ ໃຫ້ຄໍາໝັ້ນສັນຍາ ຈະ ພ້ອມກັບ ຝລັ່ງ ສ້າງແຫຼມເກົາຫຼີໃຫ້ມີສັນຕິພາບຍາວນານ

(VOVWORLD) -ທ່ານ Moon Jae-in   ຢ້ັງຢືນວ່າ ທ່ານຈະສະໜີ ຝລັ່ງ ໜູນຊ່ວຍວິວັດທະນາການປອດນິວເຄຼຍ ແລະ ສ້າງສັນຕິພາບຍາວນານຢູ່ແຫຼມເກົາຫຼີ. 
ສ.ເກົາຫຼີ ໃຫ້ຄໍາໝັ້ນສັນຍາ ຈະ ພ້ອມກັບ ຝລັ່ງ ສ້າງແຫຼມເກົາຫຼີໃຫ້ມີສັນຕິພາບຍາວນານ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ:Reuters)

ໃນຂອບເຂດການໄປປະຕິບັດງານຢູ່ ຝລັ່ງ, ວັນທີ 13 ຕຸລາ,  ເມື່ອກ່າວຄໍາເຫັນຕໍ່ຊາວ ສ.ເກົາຫຼີ ປະມານ 200 ຄົນ ທີ່ພວມດໍາລົງຊີວິດຢູ່ ຝລັ່ງ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໃຫ້ຄໍາໝັ້້ນສັນຍາຈະເພີ່ມທະວີການຮ່ວມມືກັບ ຝລັ່ງ ເພື່ອແນໃສ່ແກ້ໄຂບັນດາບັນຫາໃຫຍ່ທົ່ວໂລກ, ພ້ອມທັງເນັ້ນໜັກວ່າ ສອງປະເທດຄວນມີຄວາມມານະພະຍາຍາມຮ່ວມ ເພື່ອແນໃສ່ສ້າງແຫຼມເກົາຫຼີປອດນິວເຄຼຍ ແລະ ສ້າງຕັ້ງພື້ນຖານສັນຕິພາບ ຍາວນານ ຢູ່ ແຫຼມເກົາຫຼີ.

        ທ່ານປະທານາທິບໍດີ Moon Jae-in  ກໍໄດ້ແຈ້ງທີ່ການພົບປະສຸດຍອດ ກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃນວັນທີ 15 ຕຸລາ ວ່າ   ການນໍາສອງທ່ານ ຈະປຶກສາຫາລື ຢ່າງເລິກເຊິ່ງກວ້າງຂວາງ ກ່ຽວກັບ ບັນດາບັນຫາຕົ້ນຕໍ ເຊິ່ງ ປະຊາຄົມສາກົນ ພວມປະເຊີນໜ້າ ຄື ການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ການກໍ່ການຮ້າຍ ແລະ ສິດທິມະນຸດ, ພ້ອມກັບບັນດາຍຸດທະສາດເຕີບໂຕໃໝ່ ເພື່ອຮັບປະກັນໃຫ້ແກ່ອະນາຄົດ. ທ່ານ Moon Jae-in   ຢ້ັງຢືນວ່າ ທ່ານຈະສະໜີ ຝລັ່ງ ໜູນຊ່ວຍວິວັດທະນາການປອດນິວເຄຼຍ ແລະ ສ້າງສັນຕິພາບຍາວນານຢູ່ແຫຼມເກົາຫຼີ. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ ສ.ເກົາຫຼີ  ຍັງສະແດງຄວາມເຊື່ອໝັ້ນວ່າ ແຫຼມເກົາຫຼີຈະມີສັນຕິພາບ ໂດຍໄວ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງປະເທດ ສ.ເກົາຫຼີ ນໍາມາເຊິ່ງຄວາມເອກອ້າງທະນົງໃຈໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ