ສ.ເກົາຫຼີຄັດຄ້ານຂໍ້ສະເໜີເຈລະຈາຂອງສປປ.ເກົາຫຼີ

ສ.ເກົາຫຼີຄັດຄ້ານຂໍ້ສະເໜີເຈລະຈາຂອງສປປ.ເກົາຫຼີ - ảnh 1
ການນຳ ສປປ ເກົາຫຼີ Kim Jong Un

(vovworld) –  ​ວັນ​ທີ 8/5, ​ໃນ​ຖະ​ແຫຼ​ງການ​ຂອງຕົນ, ກະຊວງ​ເອກະ​ພາບ​ ສ. ​ເກົາຫຼີ ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີ​ເຈລະຈາ​ທີ່ການ​ນຳ ສປປ ​ເກົາຫຼີ Kim Jong Un ຍົກ​ອອກ​ມາ​​ໃນວາລະ​ປະຊຸມ​ຂອງ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 7 ​ພັກ​ແຮງ​ງານ ສປປ ​ເກົາ​ຫຼີ. ຖະ​ແຫຼ​ງການ​ຂອງ​ກະຊວງ​ດັ່ງກ່າວ​ໄດ້​ຊີ້​ແຈ້ງ​ຂໍ້​ສະ​ເໜີ​ຂອງ ສປປ ​ເກົາຫຼີ “ພຽງ​ແມ່ນ​ບັ້ນ​ຮົບ​ໂຄສະນາ​ທີ່​ບໍ່​ມີ​ຄວາມ​ຈິງ​ໃຈເທົ່າ​ນັ້ນ” ​ເມື່ອ​ພຽງ​ຢາງ ​ເຕື້ອງ​ເຖິງ​ການ​ເຈລະຈາ​ລະຫວ່າງ 2 ພາກ​ເກົາຫຼີ ​ໃນ​ຂະນະ​ທີ່​ຍັງ​ສືບ​ຕໍ່​ພັດທະນາ​ອາວຸດ​ນິວ​ເຄຼຍ. ຕາມ​ຖະ​ແຫຼ​ງການ​ດັ່ງກ່າວ, ສປປ ​ເກົາ​ຫຼີ ບໍ່​ຢຸດຕິ​ບັນດາ​ການ​ກະທຳ​ເກາະ​ຜິດ​ຕໍ່ ສ ​ເກົາຫຼີ, ພ້ອມ​ທັງ​ຮຽກຮ້ອງ ພຽງ​ຢາງ ​ເລືອກ​ເຟັ້ນ​ເສັ້ນທາງ​ມຸ່ງ​ໄປ​ເຖິງ​ການ​ປອດ​ນິວ​ເຄຼຍ​ ຖ້າ​ຫາກ​ຢາກ​ນຳ​ມາ​ເຊິ່ງສັນຕິພາບ ​ແລະ ສ້າງ​ການ​ພົວພັນ​ມິດຕະພາບ​ໃນ​ແຫຼມ ​ເກົາຫຼີ ຄືນ​ໃໝ່.


ຂ່າວ/ບົດ​ອື່ນ