ສ.ເກົາຫຼີ-ຈີນ-ຍີ່ປຸ່ນກະກຽມຈັດການເຈລະຈາຂັ້ນສູງ

ສ.ເກົາຫຼີ-ຈີນ-ຍີ່ປຸ່ນກະກຽມຈັດການເຈລະຈາຂັ້ນສູງ - ảnh 1
ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 3 ສ.ເກົາຫຼີ-ຈີນ-ຍີ່ປຸ່ນ
(ພາບ: baobinhdinh.com.vn)

(vovworld) - ​​ ​​​​ສ. ເກົາຫຼີ, ຈີນ ແລະ ຍີ່​ປຸ່ນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ດຳ​ເນີນກອງ​ປະ​ຊຸມ​ຂອງ​ບັນ​ດາ​ນັກ​ການ​ທູດ​ຂັ້ນ​ສູງ​ຢູ່ ເຊີ​ອູນ ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 3 ປະ​ເທດ. ຕາມ​ແຜນ​ການ​ແລ້ວ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ ກ​າ​ນ​ຕ່າງ​ປະ​ເທດ ສ. ເກົາຫຼີ Lee Kyung –soo  ຈະ​ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ ກ​າ​ນ​ຕ່າງ​ປະ​ເທດ ຈີນ ຫຼີວ​ເຈີ້ນ​ໝິນ ແລະ ຄູ່​ຕຳ​ແໜ່ງ ຍີ່​ປຸ່ນ Shinsuke Sugiyama ໃນ​ວັນ​ທີ 10/3 ຫຼື ວັນ​ທີ 11/3 ຈະ​ມາ​ເຖິງ. ນີ້​ຈະ​ແມ່ນ​ກອງ​ປະ​ຊຸມ​ທຳ​ອິດ​ຂອງ​ນັກ​ການ​ທູດ 3 ທ່ານ​ນັບ​ແຕ່ ເດືອນ 9/2014 ຢູ່ ເຊີ​ອູນ ແລະ ດຳ​ເນີນ​ໄປ​ກ່ອນ​ທີ່​ຈັດຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 3 ຝ່າຍ, ​ເຊິ່ງ​ອາດ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ທີ 21 – 22/3 ຢູ່ ເຊີ​ອູນ. ​ຄາດ​ວ່າ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງກ​າ​ນ​ຕ່າງ​ປະ​ເທດ 3 ປະ​ເທດຈະ​ປຶກ​ສ​າ​ຫາ​ລື​ໂຄງ​ການ​ດຳ​ເນີນ​ງານ​ຂ​ອງກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ ກ​າ​ນ​ຕ່າງ​ປະ​ເທດ ຈະ​ມາ​ເຖິງ, ນີ້​ແມ່ນກອງ​ປະ​ຊຸມ​ຖືກ​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເດືອນ 4/2012. ດ້ວຍກອງ​ປະ​ຊຸມນີ້, 3 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຫວັງ​ວ່າ​ຈະ​ເປີດ​ຊ່ອງ​ທາງ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ 3 ຝ່າຍ.

 


ຂ່າວ/ບົດ​ອື່ນ