ສ.ເກົາຫຼີ-ຈີນ-ຍີ່ປຸ່ນເຫັນດີຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີວ່າການກະຊວງການຕ່າງປະເທດຄັ້ງທີ7

ສ.ເກົາຫຼີ-ຈີນ-ຍີ່ປຸ່ນເຫັນດີຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີວ່າການກະຊວງການຕ່າງປະເທດຄັ້ງທີ7 - ảnh 1
ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ສ. ເກົາຫຼີ, ຈີນ ແລະ ຍີ່​ປຸ່ນ
(ພາບ: Xinhua)

(vovworld) – ທີ່​ການ​ເຈ​ລະ​ຈາ​ຂັ້ນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ຢູ່​ນະຄອນຫຼວງ ເຊີ​ອູນ ໃນ​ວັນ​ທີ 11/3, ສ. ເກົາຫຼີ, ຈີນ ແລະ ຍີ່​ປຸ່ນ ໄດ້​ເຫັນ​ດີ​ດຳ​ເນີນກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 7 ໃນ​ທ້າຍ​ເດືອນນີ້​ຢູ່​ນະ​ຄອນຫຼວງ ເຊີ​ອູນ. ​ແລະກໍ່​ທີ່​ການ​ຈະ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ. ເກົາຫຼີ Lee Kyung Soo ພ້ອມ​ກັບ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ຫຼີວ​ເຈີນ​ໝິນ ແລະ ຄູ່​ຕຳ​ແໜ່ງ ຍີ່​ປຸ່ນ Shinsuke Sugiyama ເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ ແລະ ການ​ຮ່ວມ​ມື​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່​ຮັບ​ປະ​ກັ​ນ​ໃຫ້​ແກ່​ການ​ເຈ​ລະ​ຈາ 3 ຝ່າຍ ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ.

        ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Shinsuke Sugiyama ສະ​ເໜີ​ຈັດ​ຕັ້ງ​ການ​ພົບ​ປະ​ຂັ້ນ​ສຸດຍອດ​ລະ​ຫວ່າງການ​ນຳ 3 ປະ​ເທດ​ໂດຍ​ໄວ. ໃນ​ຂະ​ນະ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ. ເກົາຫຼີ Lee Kyung Soo ຖື​ວ່າ: ຈີນ - ຍີ່​ປຸ່ນ - ສ. ເກົາຫຼີ ຄ​ວນ​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ລວມ​ຢູ່​ໃນ​ລະ​ດັບ​ສູງ​ກ່​ວາ​ເພື່ອ​ສາ​ມາດ​ບັນ​ລຸ​ໄດ້​ການ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື 3 ຝ່າຍ​ເປັນ​ປົກ​ກະ​ຕິ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ເນັ້ນ​ໜັກ​ການ​ຮ່ວມ​ມື ຈີນ - ຍີ່​ປຸ່ນ - ສ. ເກົາຫຼີ ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ​ຮ່ວມ​ມື ອາ​ຊີ​ຕ​າ​ເວັນ​ອອກ, ດັ່ງ​ນັ້ນ ປັກ​ກິ່ງ ພ້ອມ​ແລ້ວ​ທີ່​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ ແລະ ​ຮ່ວມ​ມື​ກັບ ຍີ່​ປຸ່ນ ແລະ ສ. ເກົາຫຼີ ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ມະ​ນຸດ, ຄວາມ​ໝັ້ນ​ຄົງ ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ສະ​ຖຽນ​ລະ​ພາບ​ຂອງ​ເຂດ.

ຂ່າວ/ບົດ​ອື່ນ