ສ.ເກົາຫຼີ​ຊຸກ​ຍູ້​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ​ຂອງ ສ​.ເກົາຫຼີ ແລະ ສ​ປ​ປ.ເກົາຫຼ​ີ

(VOVWORLD) -  ທ່ານ Im Jong-seok ທີ່ປຶກສານະໂຍບາຍການຕ່າງປະເທດຂອງທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ພວມຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງບັນດານະຄອນ ຂອງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ.

ສ.ເກົາຫຼີ​ຊຸກ​ຍູ້​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ​ຂອງ ສ​.ເກົາຫຼີ ແລະ ສ​ປ​ປ.ເກົາຫຼ​ີ - ảnh 1 ໝູ່ບ້ານPanmunjom ຢູ່ເຂດປອດການທະຫານ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

(ພາບ: AFP/TTXVN)

ນີ້ແມ່ນຂໍ້ລິເລີ່ມເປີດເຜີຍທຳອິດຂອງທ່ານທີ່ປຶກສາ Im Jong-seok ນັບແຕ່ເວລາໄດ້ຮັບຕຳແໜ່ງມາຮອດປັດຈຸບັນ.

ທ່ານ Im Jong-seok ພວມຊອກຫາວິທີຊຸກຍູ້ການເຊັນບັນດາບົດບັນທຶກຊ່ວຍຈຳ (MOU) ລະຫວ່າງບັນດາອົງການການຮ່ວມມືລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ບໍ່ເພື່ອຜົນກຳໄລ ແລະ ນະຄອນ 30 ແຫ່ງຂອງ ສ.ເກົາຫຼີ ເພື່ອເຊື່ອມຕໍ່ບັນດານະຄອນນີ້ກັບບັນດານະຄອນຢູ່ສປປ.ເກົາຫຼີ. ອົງການດັ່ງກ່າວຈະປະຕິບັດບັນດາແຜນການຮ່ວມມືລະຫວ່າງນະຄອນໃຫ້ສົມບູນແບບ, ຫຼັງຈາກນັ້ນຈະສະເໜີຕໍ່ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ