ສ.ເກົາຫຼີຊົມເຊີຍການພົບປະສຸດຍອດອາເມລິກາ-ສປປ.ເກົາຫຼີ ຄັ້ງທີ 2 ເຊິ່ງຈະດຳເນີນຢູ່ຫວຽດນາມ

(VOVWORLD) -ວັນທີ 06 ກຸມພາ, ທຳນຽບປະທານາທິບໍດີສ.ເກົາຫຼີ ໄດ້ຊົມເຊີຍຖະແຫຼງຂ່າວຂອງ ວໍຊິງຕັນ ທີ່ຢັ້ງຢືນການພົບປະສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2.

ສ.ເກົາຫຼີຊົມເຊີຍການພົບປະສຸດຍອດອາເມລິກາ-ສປປ.ເກົາຫຼີ ຄັ້ງທີ 2 ເຊິ່ງຈະດຳເນີນຢູ່ຫວຽດນາມ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un

(ພາບປະກອບ: Reuters)

ໂຄສົກຂອງທຳນຽບຂຽວ Kim Eui kyeom ໃຫ້ຮູ້ວ່າ, ສ.ເກົາຫຼີ ຫວັງວ່າ ອາເມລິກາ ແລະ ສປປ.ເກົາຫຼີ ຈະສາມາດບັນລຸໄດ້ບັນດາບາດກ້າວລະອຽດ ແລະ ຈຳເປັນທີ່ການພົບປະ ເຊິ່ງຄາດວ່າຈະດຳເນີນຢູ່ຫວຽດນາມ.

        ກ່ອນໜ້ານັ້ນ, ໃນສານສາຫະລັດ 2019, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ ຈະພົບປະກັບການນຳສປປ.ເກົາຫຼີ Kim Jong un ຢູ່ຫວຽດນາມ ໃນລະຫວ່າງວັນທີ 27 – 28 ກຸມພາ. ເຖິງຢ່າງໃດກໍ່ຕາມ, ທ່ານ Trump ຍັງບໍ່ເປີດເຜີຍການພົບປະຈະດຳເນີນຢູ່ນະຄອນໃດຂອງຫວຽດນາມ ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ