ສ.ເກົາຫຼີ​ຊອກ​ຫາ​ວິ​ທີ​​ຊຸກ​ຍູ້​ການ​ພົວ​ພັນ​ສາມ​ຝ່າຍ ກັບ ຍີ່​ປຸ່ນ ແລະ ຈີນ

(VOVWORLD) -ວັນທີ 12 ມັງກອນ, ທ່ານ Choi Young-sam ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ຖະແຫຼງວ່າ ເຊີອູນຊອກຫາວິທີຊຸກຍູ້ການພົວພັນສາມຝ່າຍກັບ ຍີ່ປຸ່ນ ແລະ ຈີນ ຜ່ານຄວາມມານະພະຍາຍາມເຊື່ອມຕໍ່ການປຶກສາຫາລືສາມຝ່າຍ ກັບບັນດາປະເທດບ້ານໃກ້ເຮືອນຄຽງ.
ສ.ເກົາຫຼີ​ຊອກ​ຫາ​ວິ​ທີ​​ຊຸກ​ຍູ້​ການ​ພົວ​ພັນ​ສາມ​ຝ່າຍ ກັບ ຍີ່​ປຸ່ນ ແລະ ຈີນ - ảnh 1ທ່ານ Choi Young-sam ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ແລະ ທ່ານນາງ Ou Boqian, ເລຂາທິການໃຫຍ່ ຄະນະເລຂາຮ່ວມມືສາມຝ່າຍ (ພາບ: YONHAP/TTXVN)

ໃນການພົບປະກັບທ່ານນາງ Ou Boqian, ເລຂາທິການໃຫຍ່ ຄະນະເລຂາຮ່ວມມືສາມຝ່າຍ (TCS) ຢູ່ສຳນັກງານກະຊວງການຕ່າງປະເທດ ຢູ່ ເຊີອູນ, ທ່ານ Choi Young-sam ໃຫ້ຮູ້ວ່າ ສ.ເກົາຫຼີ ຈະມານະພະຍາຍາມຕັ້ງໜ້າເພື່ອເລີ່ມເຊື່ອມຕໍ່ກຸ່ມໃຫ້ຄຳປຶກສາ 3 ຝ່າຍຄືນໃໝ່ ເພື່ອແນໃສ່ຊຸກຍູ້ວິທີການຮ່ວມມື TCS. ສ່ວນທ່ານນາງ Ou Boqian ໄດ້ສະເໜີໃຫ້ລັດຖະບານ ສ.ເກົາຫຼີສືບຕໍ່ເອົາໃຈໃສ່ ແລະ ໜູນຊ່ວຍ, ຢັ້ງຢືນວ່າ TCS ຈະມານະພະຍາຍາມກ່ວາອີກເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງການຮ່ວມມື TCS. ໃນໄລຍະ 3 ປີທີ່ຜ່ານມາ, ສາມປະເທດບ້ານໃກ້ເຮືອນຄຽງຢູ່ເຂດ ອາຊີຕາເວັນອອກສ່ຽງເໜືອ ບໍ່ຈັດກອງປະຊຸມສຸດຍອດສາມຝ່າຍ, ພາຍຫຼັງກອງປະຊຸມຄັ້ງຫຼ້າສຸດ ຢູ່ຈີນ ໃນເດືອນທັນວາ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ