ສ.ເກົາຫຼີຍິງກ່າວເຕືອນກຳ່ປັ່ນສປປ.ເກົາຫຼີທີ່ຂ້າມເສັ້ນຊາຍແດນບົນທະເລ

ສ.ເກົາຫຼີຍິງກ່າວເຕືອນກຳ່ປັ່ນສປປ.ເກົາຫຼີທີ່ຂ້າມເສັ້ນຊາຍແດນບົນທະເລ - ảnh 1
(ພາບປະກອບ: TTXVN)

(vovworld) - ​ ວັນ​ທີ 27/05 ສຳນັກ​ຂ່າວສານ Yonhap ​ໃຫ້​ຂ່າວວ່າ ກຳ່​ປັ່ນ 2 ລຳ​ຂອງ ສປປ.​ເກົາຫຼີ ​ໄດ້​ຂ້າມ​ເສັ້ນ​ຊາຍ​​ແດນບົນ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ, ​ໃນ​ສະພາບ​ທີ່​ຄວາມ​ເຄັ່ງ​ຕຶງ​ ​ໃນການ​ພົວພັນ​ລະ​ຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ບໍ່​ທັນ​ໄດ້​ຮັບ​​ແກ້​ໄຂ. ສະພາ​ເສນາ​ທິການ​ໃຫຍ່ທະຫານ​ປະສົມ (JCS) ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ກອງທັບ​ເຮືອ​ປະ​ເທດ​ນີ້ ​ໄດ້​ຍິງ​ກ່າວ​ເຕືອນ​​ເມື່ອ​ກ່ຳ​ປັ່ນ​ຫາ​ປາ​ລຳໜຶ່ງ ​ແລະ ກ່​​ຳປັ່ນລາດຕະ​ເວ​ນລຳໜຶ່ງຂອງ ສປປ.​ເກົາຫຼີ ຂ້າມ​ເສັ້ນ​ຊາຍ​ແດນ​ບົນທະ​ເລ​​ເຫຼືອງ​ ໃນຕອນ​ເຊົ້າ​ວັນ​ທີ 27/05. JCS ​ໃຫ້​ຮູ່ຕື່ມ​ອີກ​ວ່າ: ກຳ່​ປັ່ນ 2 ລຳ​ດັ່ງກ່າວ ​ໄດ້​ກັບ​ຄືນ​ສູ່ເຂດ​ທະ​ເລ​ທາງ​ພາກ​ເໜືອ​ພາຍຫລັງ​ຝ່າຍ ສ.​ເກົາຫຼີ ຍິງ​ກ່າວ​​ເຕືອນ.


ຂ່າວ/ບົດ​ອື່ນ