ສ.ເກົາຫຼີຍັງບໍ່ທັນອະນຸຍາດໃຫ້ບັນດາວິສາຫະກິດໄປເຖິງເຂດອຸດສາຫະກຳລະຫວ່າງ 2 ພາກເກົາຫຼີ Kaesong

(VOVWORLD) -ວັນທີ 15 ມີນາ, ເຈົ້າໜ້າທີ່ສ.ເກົາຫຼີ ໄດ້ປະຕິເສດຂໍ້ສະເໜີຂອງວິສາຫະກິດບາງແຫ່ງ ຂໍໃຫ້ໄດ້ໄປນະຄອນ Kaesong ຂຶ້ນກັບເຂດຊາຍແດນຂອງສປປ.ເກົາຫີຼ ເພື່ອກວດກາບັນດາຮາກຖານການຜະລິດຂອງເຂົາເຈົ້າຢູ່ເຂດອຸດສາຫະກຳຮ່ວມເຊິ່ງປະຈຸບັນຖືກປິດປະຕູໄວ້.

ສ.ເກົາຫຼີຍັງບໍ່ທັນອະນຸຍາດໃຫ້ບັນດາວິສາຫະກິດໄປເຖິງເຂດອຸດສາຫະກຳລະຫວ່າງ 2 ພາກເກົາຫຼີ Kaesong - ảnh 1 ສ.ເກົາຫຼີຍັງບໍ່ທັນອະນຸຍາດໃຫ້ບັນດາວິສາຫະກິດໄປເຖິງ

ເຂດອຸດສາຫະກຳລະຫວ່າງ 2 ພາກເກົາຫຼີ Kaesong

(ພາບປະກອບ: AFP/TTXVN)

ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາເຖິງວ່າບັນຍາກາດໃນການໄກ່ເກ່ຍລະຫວ່າງ 2 ພາກເກົາຫຼີ ພວມເພີ່ມຂຶ້ນ ພາຍຫຼັງຂໍ້ຕົກລົງທີ່ມີລັກສະນະບຸກທະລຸກ່ຽວກັບເລື່ອງຈັດຕັ້ງການພົບປະຄັ້ງສຸດຍອດລະຫວ່າງ 2 ປະເທດໃນເດືອນເມສາ ຈະມາເຖິງ. ເຈົ້າໜ້າທີ່ຂອງກະຊວງທ້ອມໂຮມປະເທດຊາດສ.ເກົາຫຼີ ທ່ານໜຶ່ງໄດ້ເປີດເຜີຍວ່າ ລັດຖະບານຖືວ່າ “ບັນດາເງື່ອນໄຂທີ່ອະນຸຍາດໃຫ້ໄປເຖິງສະຖານທີ່ດັ່ງກ່າວຍັງບໍ່ທັນໄດ້ຮັບການຕອບສະໜອງເທື່ອ”. ຊາວສ.ເກົາຫຼີ ບໍ່ວ່າຜູ້ໃດຢາກໄປເຖິງສປປ.ເກົາຫຼີ ລ້ວນແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກລັດຖະບານ ກໍຄືຕ້ອງມີຄຳເຊື້ອເຊີນ ແລະ ຮັບປະກັນຄວາມປອດໄພຈາກຝ່າຍສປປ.ເກົາຫຼີ. ນີ້ແມ່ນຄັ້ງທີ 5 ເຊິ່ງລັດຖະບານສ.ເກົາຫຼີ ປະຕິເສດຂໍ້ສະເໜີຂອງບັນດາວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ