ສ.ເກົາຫຼີຍັງມີຜູ້ຕິດເຊື້ອພະຍາດMERSພຽງ10ຄົນນອນໃນໂຮງໝໍ

ສ.ເກົາຫຼີຍັງມີຜູ້ຕິດເຊື້ອພະຍາດMERSພຽງ10ຄົນນອນໃນໂຮງໝໍ - ảnh 1
(ພາບປະກອບ)

​​(vovworld) - ວັນ​ທີ 07/08, ກະຊວງ​ສາ​ທາ​ລະນະ​ສຸກ ​ແລະ ສະຫວັດດີ​ການສ.​ເກົາຫຼີ ​ແຈ້ງວ່າ, ​ໄດ​້ມີ​ຄົນ​​ເຈັບ​ໜຶ່ງຄົນ​ອອກ​ຈາກ​ໂຮງ​​ໝໍ​ ພາຍຫຼັງ​ໄດ້​ຮັບ​ການ​ປິນປົວ​​ເຊື້​ອພະຍາດ MERS, ຍົກ​ຈຳນວນ​ຜູ້​ຕິດ​ເຊື້ອ​ພະຍາດ​​ນີ້​ຂຶ້ນ 140 ຄົນ ​ແລະ ຫຼຸດ​ຈຳນວນ​ຜູ້ຕ້ອງ​ນອນ​ຢູ່​ໂຮງໝໍ​ລົງ​ພຽງ 10 ຄົນ. ຜູ້​ທີ່​ຫາ​ກໍ​ອອກ​ຈາກ​ໂຮງໝໍ​ຈະ​ຖືກ​ຕິດຕາມອາການ​ສຸຂະພາບຢ່າງ​ໃກ້​ສິດ​ຈາກສູນ​ສາທາລະນະ​ສຸກທີ່​ບ່ອນຢູ່​ອາ​ໄສ​​ໃນ​ຮອບເວລາ​ໜຶ່ງສັບປະດາ​.
ຂ່າວ/ບົດ​ອື່ນ