ສ.ເກົາຫຼີ,ຍີ່ປຸ່ນເຫັນດີເປັນເອກະສັນສົ່ງເສີມກອງປະຊຸມສຸດຍອດ2ຝ່າຍ

ສ.ເກົາຫຼີ,ຍີ່ປຸ່ນເຫັນດີເປັນເອກະສັນສົ່ງເສີມກອງປະຊຸມສຸດຍອດ2ຝ່າຍ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Fumio Kishida (ຂວາ) ແລະ ຄູ່​ຕຳ​ແໜ່ງ ສ. ເກົາຫຼີ Yun Byung – se
(ພາບ: AFP/TTXVN)

(vovworld) – ວັນ​ທີ 21/6, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Fumio Kishida ແລະ ຄູ່​ຕຳ​ແໜ່ງ ສ. ເກົາຫຼີ Yun Byung – se, ພວມ​ຢູ່​ຢ້ຽມ​ຢາມ​ໂຕ​ກຽວ, ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮ່ວມ​ມື​ເພື່ອ​ແນ​ໃສ່​ຈັດ​ຕັ້ງ​ການ​ພົບ​ປະ​ຂັ້ນສຸດຍອດ​ລະ​ຫວ່າງ​ການ​ນຳ 2 ປະ​ເທດ​ໃນ​ໄລ​ຍ​ະ​​ເວ​ລາ​ທີ່ເໝາະ​ສົມ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ເຈ​ລ​ະ​ຈາ​ກັບ​ຄູ່​ຕຳ​ແໜ່ງ ສ. ເກົາຫຼີ, ທ່ານ​ລັດ​ຖະ​ມົນ​ຕີ Fumio Kishida ໃຫ້​ຮູ້​ວ່າ: 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແມ່​ຍິງ ສ. ເກົາຫຼີ ​ທີ່​ຖ​ືກ​ບັງ​ຄັບ​ເປັນ​ພວກ​ນາງ​ສາວ​ບໍ​ລິ​ການໃຫ້​ບັນ​ດາ​ນັກ​ຮົບ ຍີ່​ປຸ່ນ ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ຢູ່​ບັນ​ດາ​ການ​ພົບ​ປະ​ຂັ້ນ​ຫົວ​ໜ້າ​ກົມ ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ປະ​ເທດ. ນີ້​ກໍ່​ແມ່ນ​ເງື່ອນ​ໄຂ​ເຊິ່ງ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ວາງ​ອອກ​ເພື່ອ​ຈັດ​ຕັ້ງ​ກາ​ນ​ພົບ​ປະ​ຂັ້ນ​ສຸດຍອດ​ຂັ້ນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຢູ່​ແຕ່​ລະ​ປະ​ເທດ. ນອກ​ຈາກນັ້ນ, ລັດ​ຖະ​ມົນ​ຕີ​ວ່າ​ການກ​ະ​ຊວງ​​ການ​ຕ່າງປະ​ເທດ 2 ທ່ານ ກໍ່​ເຫັນ​ດີ​​ເປັນ​ເອ​ກະ​ສັນ​ວ່າ: ຍີ່​ປຸ່ນ ແລະ ສ. ເກົາຫຼີ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສຸດຍອດ 3 ຝ່າຍ​ກັບ ຈີນ ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ປີນີ້, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ໃນ​ບັນ​ດາ​ບັນ​ຫາ​ນິວ​ເຄຼຍ​ຂອງ ສ​ປ​ປ. ເກົາຫຼີ.


ຂ່າວ/ບົດ​ອື່ນ