ສ.ເກົາຫຼີີດຶງດູດບັນດາບໍລິສັດຫວຽດນາມຈົດທະບຽນໃນຕະຫຼາດຫຼັກຊັບ

ສ.ເກົາຫຼີີດຶງດູດບັນດາບໍລິສັດຫວຽດນາມຈົດທະບຽນໃນຕະຫຼາດຫຼັກຊັບ - ảnh 1
(ພາບ​ປະ​ກອບ: businesskorea.co.kr)

(vovworld) –​ ວັນ​ທີ 19/01, ອົງ​ການ​ບໍ​ລິ​ຫານ​ຕະ​ຫຼາດ​ຫຼັກ​ຊັບ​ສ.ເກົາ​ຫຼ​ີ (KRX), ໃຫ້​ຮູ້​ວ່າ, ໄດ້​ສ້າງ​ຕັ້ງ​ກຸ່ມ​ເຮັດ​ວຽກລວ​ມ​ມີ​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ການ​ເງິນ ແລະ ນິ​ຕິກຳ​ ດ້ວຍ​ໜ້າ​ທີ່​ດຶງດ​ູ​ດ​ບັນ​ດາ​ບໍ​ລິ​ສັດ​ໃຫ​ຍ່​ຂອງ​ຫວຽດ​ນາມ ຈົດ​ທະ​ບ​ຽນ​ກັບ KRX ໃນ​ໄລ​​ຍະ​ຈະ​ມາ​ເຖິງ. ກຸ່ມ​ເຮັດ​ວຽກ​​ກຸ່ມໜຶ່ງ​ທີ່​ຄ້າຍຄື​ກັນ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນເພື່ອ​ມຸ່ງ​ໄປ​ເຖິງ​ບັນ​ດາ​ບໍ​ລິ​ສັດ​ໃຫຍ່​ຂອງ​ອິນ​ໂດ​ເນ​ເຊຍ. ແຕ່​ລະ​ກຸ່ມ​ເຮັດ​ວຽກ​ຈະ​ຮັບ​ຜິດ​ຊອບ​ໜ້າ​ທີ່ຮຽ​ບ​ຮຽ​ງ​ແຜນ​ການ​​ປະ​ຕິ​ບັດ​ງານ, ຈັດ​ຕັ້ງ​ການ​ແນະ​ນຳ ແລະ ສະ​ໜອງການ​ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ​​ແກ່​ບັນ​ດາ​ບໍ​ລິ​ສັ​ດ​ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ. ໃນ​ຕໍ່​ໜ້າ, ​ບັນ​ດາ​ກຸ່​ມ​ດັ່ງ​ກ່າວ​ຈະ​ສຸມ​ໃສ່​ດຶງ​ດູດບັນ​ດາ​ບໍ​ລິ​ສັດ​ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທີ່​ດຳ​ເນີນ​ທຸ​ລະ​ກິດ​​ບ​ັນ​ລຸ​ຜົນ​ສຳ​ເລັດຢູ່​ຫວຽດ​ນາມ ແລະ ອິນ​ໂດ​ເນ​ຍ​ເຊຍ, ຫຼັງ​ຈາກນັ້ນ​ຈ​ະ​​ຂະ​ຫຍາຍ​ອອ​ກ​ສູ່​ບັນ​ດາ​ບໍ​ລິ​ສັດ​ອື່ນໆ. KRX ໃຫ້​ຂໍ້​ສັງ​ເກ​ດ​ວ່າ, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ແມ່ນ 2 ຕະ​ຫຼາດ​ໃຫຍ່​ທີ​ສຸດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​ລະ​ດັບ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ ແລະ ມີ​​ບໍ​ລິ​ສັດ​ໃຫຍ່​​ຫຼາຍ​ແຫ່ງ​ອາດສາ​ມາດ​ດຳ​ເນີນ​ການ​ຈົ​ດ​ທະ​ບຽນ​ໃນ​ຕະ​ຫຼາດ​ຫຼັກ​ຊັບສ.ເກົາ​ຫຼ ໄດ້ີ, ຜ່ານນັ້ນ​ຍົກ​ສ​ູງ​ທີ່​ຕັ້ງ​ບົດ​ບາດ​ຂອງ KRX ບົນ​ເວ​ທີ​ການ​ເງິນ​ສາ​ກົນ.

ຂ່າວ/ບົດ​ອື່ນ