ສ.ເກົາຫຼີບໍ່ຮັບຮູ້ກໍລະນີຕິດເຊື້ອພະຍາດMERSຕື່ມອີກໃນ5ວັນລຽນຕິດ

ສ.ເກົາຫຼີບໍ່ຮັບຮູ້ກໍລະນີຕິດເຊື້ອພະຍາດMERSຕື່ມອີກໃນ5ວັນລຽນຕິດ - ảnh 1
(ພາບປະກອບ)


(vovworld) - ສ​.​ເກົາຫຼີ ບໍ່​ຮັບ​ຮູ້​​ກໍລະ​ນີຕິ​ດ​ເຊື້ອ​ພະຍາດ​ໂລກ​ອັກ​ເສບ​ລະບົບ​ຫາຍ​ໃຈເຂດ​ຕາ​ເວັນ​ອອກ​ກາງ (MERS) ​ຕື່ມ​ອີກໃນ 5 ວັນ​ລຽນຕິດ ​ແລະ ບໍ່ມີ​ກິ​ລະ​ນີຖືກ​ເສຍ​ຊີວິດ​ຍ້ອນ​ເຊື້ອ​ພະຍາດ MERS ​ໃນ 2 ວັນ​ຜ່ານ​ມາ. ວັນ​ທີ 10/7, ຂ່າວ​ຈາກ​ກະຊວງ​ສາທາລະນະ​ສຸກ ​ສ.ເກົາຫຼີ ​ໃຫ້​ຮູ້​ວ່າ: ຍອດ​ຈຳນວນ​ກໍລະນີ​ຕິດ​ເຊື້ອ​ພະຍາດ MERS ຍັງ​ແມ່ນ 186 ຄົນ ​ໄລ່​ແຕ່​ວັນ​ທີ 6/7. ຈຳນວນ​ຄົນ​ເສຍ​ຊີວິດ​ຍັງ​​ແມ່ນ 35 ຄົນ ​ແລະ ອັດຕາການເສຍຊີວິດຍັງ​ຢູ່​ໃນ​ລະດັບ​ເກົ່າ. ດັ່ງ​ນັ້ນລັດຖະບານ ສ.​ເກົາຫຼີ ສາມາດ​ປະກາດ​ຢຸດຕິ​ວິ​ກິດ​ການ​ໂດຍ MERS ກໍ່​ຂຶ້ນ, ຊ້າ​ທີ່​ສຸດ​ແມ່ນ​ໃນ​ທ້າຍ​ເດືອນ 7. ຈຳນວນ​ຜູ້​ອອກ​ຈາກ​ໂຮງໝໍ​ພາຍຫຼັງ​ໄດ້​ຮັບ​ການ​ປິ່ນປົວ​ກໍ່​ເພີ່ມ​ຂຶ້ນ, ກວມ​ກວ່າ 2/3 ຈຳນວນ​ຜູ້​ຕິດ​ເຊື້ອ​ພະຍາດ MERS.

ຂ່າວ/ບົດ​ອື່ນ