ສ.ເກົາຫຼີບໍ່ເຈລະຈາກັບສປປ.ເກົາຫຼີກ່ຽວກັບບັນຫາລູກສອນໄຟ

ສ.ເກົາຫຼີບໍ່ເຈລະຈາກັບສປປ.ເກົາຫຼີກ່ຽວກັບບັນຫາລູກສອນໄຟ - ảnh 1
ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາຫຼີ

(vovworld) – ວັນ​ທີ 16/10, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ໄດ້​ຢັ້ງ​ຢືນ​ວ່າ: ປະ​ເທດນີ້​ຈະ​ບໍ່​ເຈ​ລະ​ຈາ​ກັບ ສ​ປ​ປ ເກົາຫຼີ ກ່ຽວ​ກັບ​ບ​ັນ​ດາ​ບັນ​ຫາ​ລູກ​ສ​ອນ​ໄຟ. ໃນ​ສານ​ທີ່​ຖ່າຍ​ທອດ​ທາງ​ໂທ​ລະ​ພາບ, ທ່ານນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun – hye ໄດ້​ເວົ້າ​ວ່າ: “ສ​ປ​ປ ເກົາຫຼີ ພວມ​ນາບ​ຂູ່​​ເຖິງສັນ​ຕິ​ພາບ ແລະ ອະ​ນາ​ຄົດ​ຂອງ​ປະ​ຊາ​ຊົນ​ດ້ວຍ​ວິ​ທີ​ເຕົ້າ​ໂຮມ​ອາ​ວຸດ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ”. ທ່ານ​ນາງ ຊີ້​ແຈ້ງວ່າ ສ​ປ​ປ ເກົາຫຼີ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ເພື່ອ​ແນ​ໃສ່​ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ ເກາະ​ຜິດ​ຂອງ ສ​ປ​ປ. ເກົາຫຼີ ດ້ວຍ​ວິ​ທີ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ປະ​ຊາ​ຄົມ​ສາ​ກົນ ແລະ ບັນ​ລຸ​ໄດ້​ເລື່ອງ​ປອດ​ນິວ​ເຄຼຍ​ໃນ​ແຫຼມ ເກົາຫຼີ, ກໍ່​ຄື​ເລື່ອງ​​ເປັນເອ​ກະ​ພາບ​ສັນ​ຕິ​ພາບ.

        ຄຳ​ເຫັນ​ດັ່ງ​ກ່າວ​ໂດຍ​ບັນ​ດາ​ການ​ນຳ ສ. ເກົາຫຼີ ຍົກ​ອອກ​ມາ​ພາຍຫຼັງ​ທີ່ ອາ​ເມ​ລິ​ກາ ແລະ ສ. ເກົາຫຼີ ໄດ້​ປະ​ກາດ ສປ​ປ ເກົາຫຼີ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີໄລ​ຍະ​ກາງ Musudan ແຕ່​ຖືກ​ປະ​ລາ​ໄຊ ໃນ​ວັນ​ດຽວ​ກັນ. ປະ​ຈຸ​ບັນ, ສ. ເກົາຫຼີ ແລະ ອາ​ເມ​ລິ​ກາ ພວມ​ສົມ​ທົບ​ກັບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​​ທີ່​ຖືກປະ​ລາ​ໄຊ​ດັ່ງ​ກ່າວ ແລະ ຖື​ວ່າ ນີ້​ແມ່ນ​ລູກ​ສອນ​ໄຟ Musudan ໄດ້​ຮັບ​ການ​ອອກ​ແບບ​ມີ​ໄລ​ຍະ​ຍິງ​ຂຶ້ນ​ເຖິງ​ກ່​ວາ 3.000 ກມ.


ຂ່າວ/ບົດ​ອື່ນ