ສ.ເກົາຫຼີພົບຫັນ7ກໍລະນີຕິດພະຍາດMERSຕື່ມອີກ

ສ.ເກົາຫຼີພົບຫັນ7ກໍລະນີຕິດພະຍາດMERSຕື່ມອີກ - ảnh 1
(ພາບປະກອບ: TTXVN)

​(vovworld) - ວັນ​ທີ 14/06, ສ.​ເກົາຫຼີ ​ໄດ້​ພົບ​ຫັນ 7 ກໍລະນີ​ຕິດພະຍາດລະ​ບົບ​ຫາຍ​ໃຈ​ຊຸດ​ໂຊມ​ຮຸນ​ແຮງ MERS ຕື່ມ​ອີກ, ຍົກ​ຈຳນວນ​ຜູ້​ຖືກ​ຕິດພະຍາດ​ຢູ່​ທີ່​ນີ້​ຂຶ້ນ​ເຖິງ​ 145 ຄົນ. ຕາມ​ກະຊວງ​ສາທາລະນະ​ສຸກສ.​ເກົາຫຼີ, ​ໃນ​ຈຳນວນ 7 ກໍລະນີ​ດັ່ງກ່າວ, ມີ 4 ຄົນ​ຖືກ​ຕິດພະຍາດ​ເມື່ອ​ປິ່ນປົວ​ພະຍາດຢູ່​ສູນ​ສາທາລະນະ​ສຸກ Samsung ຢູ່ ​ເຊີ​ອູ​ນ, ​ເປັນ​ໜຶ່ງ​ໃນ​ບັນດາ​ໂຮງໝໍ​ເຊິ່ງລັດຖະບານ​ສ.​ເກົາຫຼີ ປະກາດ​ແມ່ນ​ມີ​ພະຍາດ MERS. 2 ກໍລະນີ​ອື່ນ​ຖືກ​ສົງ​ໄສ​ວ່າ​ຕິດພະຍາດ​ຢູ່​ໂຮງ​ໝໍ​ແຕກ​ຕ່າງ​ກັນ. ​ໄລ​່ຮອດວັນ​ທີ 14/06, ສ.​ເກົາຫຼີ ​ມີ 14 ກໍລະນີ​ເສ​ຍຊີວິດ​ທີ່​ກ່ຽວຂ້ອງ​ເຖິງ​ພະຍາດ MERS ​ແລະ ກວ່າ 4.000 ຄົນ ຕ້ອງ​​ແຍກ​ຕົວ​ຍ້ອນ​ສົງ​ໄສ​ຖືກ​ຕິດພະຍາດ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ