ສ.ເກົາຫຼີມານະພະຍາມຍາມຈົນສຸດຄວາມສາມາດຂອງຕົນເພື່ອເຊື່ອມຕໍ່ການເຈລະຈາລະຫວ່າງອາເມລິກາ-ສປປ.ເກົາຫຼີຄືນໃໝ່

(VOVWORLD) -ວັນທີ 04 ມິຖຸນາ, ທ່ານລັດຖະມົນຕີກະຊວງທ້ອນໂຮມຊາດສ.ເກົາຫຼີ Kim Yeon chul ຖະແຫຼງວ່າ, ປະເທດນີ້ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊ່ວຍເລີ່ມຕົ້ນເຈລະຈາດ້ານນິວເຄຼຍທີ່ຖືກຢຸດສະງັກລະຫວ່າງສປປ.ເກົາຫຼີ ແລະ ອາເມລິກາ ຄືນໃໝ່

ສ.ເກົາຫຼີມານະພະຍາມຍາມຈົນສຸດຄວາມສາມາດຂອງຕົນເພື່ອເຊື່ອມຕໍ່ການເຈລະຈາລະຫວ່າງອາເມລິກາ-ສປປ.ເກົາຫຼີຄືນໃໝ່ - ảnh 1 ທ່ານລັດຖະມົນຕີກະຊວງທ້ອນໂຮມຊາດສ.ເກົາຫຼີ Kim Yeon chul

(ພາບປະກອບ: Reuters)

ພ້ອມທັງເຊື່ອໝັ້ນວ່າ ຄວາມຄືບໜ້າທີ່ດີໃນການເຈລະຈາ ຈະແມ່ນຂໍກຸນແຈເພື່ອປັບປຸງການພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ເຊີອຸນ, ທ່ານລັດຖະມົນຕີ Kim Yeon chul ຊີ້ແຈ້ງວ່າ “ເລື່ອງເຊື່ອມຕໍ່ການເຈລະຈາລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄືນໃໝ່ແມ່ນບຸລິມະສິດສຳຄັນ. ແນໃສ່ບັນລຸໄດ້ຄວາມຄືບໜ້າທີ່ດີໃນການເຈລະຈາລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເພື່ອສັນຕິພາບ ແລະ ວັດທະນາຖາວອນລວມໃນແຫຼມເກົາຫຼີ, ສະນັ້ນການພົວພັນອາເມລິກາ - ສປປ.ເກົາຫຼີ ກໍ່ຄວນບັນລຸໄດ້ຄວາມຄືບໜ້າໄດ້.”

        ນອກນັ້ນ, ທ່ານ Kim Yeon chul ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືເສດຖະກິດຂ້າມຊາຍແດນ, ເຊິ່ງແມ່ນສິ່ງທີ່ທ່ານຕັ້ງຄວາມຫວັງໄວ້ວ່າ ຈະຊ່ວຍສ້າງສັນຕິພາບຢ່າງຍາວນານ ແລະ ບັນລຸໄດ້ຄວາມວັດທະນາຖາວອນລວມໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ