ສເກົາຫລີ 9 ຄົນຖືກແຍກຕົວຍ້ອນສົງໃສຖືກຕິດເຊື້ອພະຍາດ MERS

ສເກົາຫລີ 9 ຄົນຖືກແຍກຕົວຍ້ອນສົງໃສຖືກຕິດເຊື້ອພະຍາດ MERS - ảnh 1
ພາບ​ປະ​ກອບ:internet

(vovworld)- ຕາມ​ແຈ້ງ​ການ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສ​ເກົາ​ຫລີ ແລ້ວ, ໃນ​ວັນ​ທີ 30/7 ມີ 9 ຄົນ​ຖືກແຍກ​​ຕົວ​ຍ້ອນ​ສົງ​ໃສວ່າ​ຖືກ​ຕິດ​ເຊື້ອ​ພະ​ຍາດ MERS. ໃນ​ຈຳ​ນວນ 9 ຄົນ​ນັ້ນ ມີ 2 ຄົນ​ ໄດ້​ໄປ​ເຖິງ​ປະ​ເທດ​ຈຳ​ນວນ​ຫນຶ່ງ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງໃນ ໄລ​ຍະ​ມໍ່ໆ​ມານີ້, 7 ຄົນ​ຍັງ​ເຫລືອ​ແມ່ນ​ຜູ້​ໄດ້​ສຳ​ພັດ​ກັບ​ເຂົາ​ເຈົ້າ. ປະ​ຈຸ​ບັນ ​ຢູ່​ປະ​ເທດນີ້ ມີ​ພຽງ 12 ຄົນ ໃນ​ຈຳ​ນວນ 168 ຄົນ​ຖືກ​ສົງ​ໃສ​ຕິດ​ເຊື້ອ MERS, ໃນ​ນັ້ນ 138 ຄົນໄດ້​ອອກ​ໂຮງ​ໝໍພາຍ​ຫລັງ​ປິ່ນ​ປົວ​ຫາຍ​ແລ້ວ.

ຂ່າວ/ບົດ​ອື່ນ