ສ.ເກົາຫລີ ສືບຕໍ່ຊ່ວຍເຫລືອມະນຸດສະທຳໃຫ້ແກ່ ສປປ.ເກົາຫລີ

ສ.ເກົາຫລີ ສືບຕໍ່ຊ່ວຍເຫລືອມະນຸດສະທຳໃຫ້ແກ່ ສປປ.ເກົາຫລີ - ảnh 1
ພາບປະກອບ:internet


(vovworld) -   ​ໃນ​ຖະ​ແຫລ​ງການ​ເມື່ອ​ວັນ​ທີ 22/3, ກະຊວງ​ທ້ອນໂຮມ​ຊາດ​ ສ.​ເກົາຫລີ ​ໃຫ້​ຮູ້​ວ່າ: ລັດຖະບານ​ປະ​ເທດ​ນີ້ ​ໄດ້​ອະນຸຍາດ​ໃຫ້​ອົງການ​ພົນລະ​ເຮືອນ​ຂົນສົ່ງ​ເຄື່ອງ​ຊ່ວຍ​ເຫລືອ​ມະນຸດສະທຳ​ລວມມູນ​ຄ່າ 606.500 USD ໃຫ້​ແກ່​ປະຊາຊົນ ສປປ ​ເກົາຫລີ. ນີ້​ແມ່ນ​ບັ້ນ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ​ມະນຸດສະທຳ​ຄັ້ງ​ທຳ​ອິດ​ຂອງ ​ເຊີ​ອູ​ນ​ເຖິງ ພຽງ​ຢາງ ນັບ​ແຕ່​ເມື່ອ​ທ່ານ​ນາງ​ປະທານາທິບ​ໍດີ Park Geun Hye ຮັບ​ດຳລົງ​ຕຳ​​ແຫນ່​ງ​ກ່ອນ​ນີ້​ຫນຶ່ງ​ເດືອນ. ທ່ານ Kim Hyung suk ​ໂຄສົກ​ກະຊວງ​ທ້ອນ​ໂຮມ​ຊາດ ສ​ເກົາຫລີ ຊີ້​ແຈງ​ວ່າ: ຂໍ້​ຕົກລົງ​ດັ່ງກ່າວ​ຂອງ​ລັດຖະບານ ສ​ເກົາຫລີ ​ເພື່ອ​ຈຸດປະສົງ​ມະນຸດສະທຳ ​ແລະ ບໍ່​ຄວນ​ຖື​ວ່າ​ນີ້ແມ່ນ​ສານສະບັບ​ຫນຶ່ງ​ແຕ່​ບໍ່​ສົນ​ໃຈ​ເຖິງ​ສະພາບ​ການ​ເຄັ່ງ​ຕືງປະຈຸ​ບັນ​ຢູ່​ແຫລມ​ເກົາຫລີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Kim Hyung Suk ກໍ​ໃຫ້​ຮູ້​ວ່າ: ການ​ກະທຳ​ນີ້​ຫວັງ​ວ່າ​ຈະ​ປະກອບສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈລະຫວ່າງ​ສອງ​ພາກ​ເກົາຫລີ​ເທື່ອ​ລະ​ກ້າວ.

 

ຂ່າວ/ບົດ​ອື່ນ