ສ.ເກົາຫລີ ສືບຕໍ່ຊອກຫາພົນລະເມືອງຖືກຍິງຕາຍ

(VOVWORLD) - ສປປ ເກົາຫລີ ເວົ້າວ່າ ພົນທະຫານຂອງເຂົາເຈົ້າໄດ້ຍິງໃສ່ “ຜູ້ແຊກຊຶມເຂົ້າຢ່າງຜິດກົດໝາຍ” ແລະ ເຜົາ “ວັດສະດຸລອຍນ້ຳ” ຫາກບໍ່ແມ່ນສົບຂອງທ່ານຜູ້ນັ້ນ.

 ວັນທີ  27 ກັນຍາ, ກຳລັງປົກປັກຮັກສາແຄມທະເລ ສືບຕໍ່ຊອກຫາສົບ ແລະ ເຄື່ອງໃຊ້ສ່ວນຕົວຂອງເຈົ້າຫນ້າທີ່ການປະມົງຂອງປະເທດນີ້ ທີ່ຖືກພົນທະຫານ ສປປ ເກົາຫລີ ຍິງຕາຍ ຢູ່ທະເລໃນສັບປະດາຜ່ານມາ ໂດຍບໍ່ຫົວຊາຕໍ່ຄຳກ່າວເຕືອນຂອງ ພຽງຢາງ ຕ້ານຄືນ “ການແຊກຊຶມ” ເຂົ້າເຂດທະເລຂອງ ສປປ ເກົາຫລີ. ວົງການເຈົ້າຫນ້າທີ່ ສ. ເກົາຫລີ ໄດ້ລະດົມ ກຳປັ່ນ 39 ລຳ ລວມທັງ ກຳປັ່ນທະຫານເຮືອ 16 ລຳ, ເຮືອບິນ 6 ລຳ ເພື່ອຊອກຫາຢູ່ເຂດໃກ້ກັບເສັ້ນຊາຍແດນທາງທິດເຫນືອ ຊື່ງແມ່ນບໍລິເວນທີ່ເຈົ້າຫນ້າທີ່ມີອາຍຸ 47 ປີ ຖືກ ຫາຍສາບສູນ. ສ.ເກົາຫລີ ຖະແຫລງວ່າ ສປປ ເກົາຫລີ ໄດ້ຍິງຕາຍເຈົ້າຫນ້າທີ່ຜູ້ນີ້ ແລະ ເຜົາສົບທ່ານ ໃນຂະນະນັ້ນ ສປປ ເກົາຫລີ ເວົ້າວ່າ ພົນທະຫານຂອງເຂົາເຈົ້າໄດ້ຍິງໃສ່ “ຜູ້ແຊກຊຶມເຂົ້າຢ່າງຜິດກົດໝາຍ” ແລະ ເຜົາ “ວັດສະດຸລອຍນ້ຳ” ຫາກບໍ່ແມ່ນສົບຂອງທ່ານຜູ້ນັ້ນ.

ບັນດາການເຄື່ອນໄຫວຊອກຫາຢູ່ມໍ່ກັບເກາະ Yeonpyeong    ໄດ້ຮັບການປະຕິບັດ ໃນຂະນະ ສປປ ເກົາຫລີ ເລັ່ງລັດ ສ. ເກົາຫລີ ຢຸດຕິການເຄື່ອນໄຫວຊອກຫາໃນທັນທີ ແລະ ຖືວ່າ ບັນດາການເຄື່ອນໄຫວນີ້ ພວມລ່ວງລ້ຳເຂດທະເລຂອງ ສປປ ເກົາຫລີ.

ຕອບກັບ

ຂ່າວ/ບົດ​ອື່ນ