ສເກົາຫລີ ແລະ ສປປ ເກົາຫລີ ດຳເນີນການເຈລະຈາ ຂັ້ນນັກວິຊາການກ່ຽວກັບ ເຂດອຸດສາຫະກຳ Kaesong

ສເກົາຫລີ ແລະ ສປປ ເກົາຫລີ ດຳເນີນການເຈລະຈາ ຂັ້ນນັກວິຊາການກ່ຽວກັບ ເຂດອຸດສາຫະກຳ Kaesong - ảnh 1

(ພາບ:vietnamplus.vn)

(vovworld)- ກະຊວງ​ທ້ອນ​ໂຮມ​ຊາດ​ສ​ເກົາຫລີ ປະກາດ​ວ່າ, ​ໃນ​ເວລາ 11 ​ໂມງ 45 ນາທີ​ຂອງວັນ​ທີ 6/7, ຕາມ​ເວລາ​ທ້ອງ​ຖິ່ນ, ສ​ເກົາຫລີ ​ແລະ ສປປ ​ເກົາຫລີ ​ໄດ້​ເລິ່ມດຳ​ເນີນການ​ເຈ​ລະ​ຈາ​ຂັ້ນນັກວິຊາການ​ກ່ຽວ​ກັບ​ເຂດ​ອຸດສາຫະກຳ Kaesong. ຄະນະ​ຜູ້​ແທນ ສ​ເກົາຫລີ ​ໂດຍ​ທ່ານ Suh Ho ຜູ້ອຳນວຍການ​ຫ້ອງການ​ແລກປ່ຽນ ​ແລະ ຮ່ວມ​ມື ສັງກັດກະຊວງ​ທ້ອນ​ໂຮມ​ຊາດ​ສ​ເກົາຫລີ ນຳ​ໜ້າ ​ແລະ ຄະນະ​ຜູ້​ແທນ ສປປ​ເກົາຫລີ ​ໂດຍ​ທ່ານ Chol Su ຜູ້ອຳນວຍການ​ຫ້ອງການ​ລວມ​ເຂດ​ພິ​ເສດ​ຄຸ້ມ​ຄອງ​ເຂດ​ອຸດສາຫະກຳ​ເປັນ​ຫົວໜ້າ​ຄະນະ. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ​ກ່ອນ​ມາ​ຮອດ​ສະຖານ​ທີ່​ດຳ​​ເນີນ​ການ​ເຈລະຈາ, ຫົວໜ້າຄະນະ​ຜູ້​ແທນ ສ​ເກົາຫລີ Suh Ho  ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ຂັ້ນນັກວິຊາການ​ຄັ້ງນີ້ ​ໄດ້​ດຳ​ເນີນ​ໄປ​ຕາມ​ຂໍ້ສະ​ເໜີ​ຂອງ​ລັດຖະບານ ສ​ເກົາຫລີ ​​ເມື່ອ​ວັນ​ທີ 4/7 ພາຍຫລັງ​ຊັ່ງຊາ​​​ຄວາມ​ຫຍຸ້ງຍາກ​ຂອງ​ບັນດາວິ​ສາ​ຫະກິດ​ປະ​ເທດ​ນີ້ຢູ່ Kaesong ພາຍຫລັງ​ເຂດ​ອຸດສາຫະກຳ​ນີ້​ຖືກ​ປິດ​ປະຕູ​ເປັນ​ເວລາ 3 ​ເດືອນ.

 

ຂ່າວ/ບົດ​ອື່ນ