ສເກົາຫລີຢາກຊຸກຍູ້ການຮ່ວມມືເສດຖະກິດກັບຫວຽດນາມ

ສເກົາຫລີຢາກຊຸກຍູ້ການຮ່ວມມືເສດຖະກິດກັບຫວຽດນາມ - ảnh 1
ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫລີ Park Geun Hye
ພາບ:internet

(vovworld)- ຫ້ອງການ​ສຳນັກງານ​ປະທານາທິບ​ໍດີ ສ​ເກົາຫລີ ​ໃຫ້​ຮູ້​ວ່າ: ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫລີ Park Geun Hye ຈະ​ໄປ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 7-11/9 ​ເພື່ອ​ດຳ​ເນີນ​ບັນດາ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ກັບ​ບັນດາ​ການ​ນຳ​ຫວຽດນາມ. ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫລີ Park Geun Hye ຖື​ການ​ພົບ​ປະ​ກັບ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ​ໃນ​ວັນ​ທີ 9/9 ​ແມ່ນ​ການເປີດສາກ​ໃນ​ຄວາມ​ມານະ​ພະຍາຍາມ​ເປີດ​ກວ້າງ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ ກໍ​ຄື​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ນອກ​ນັ້ນ ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫລີ Park Geun Hye ກໍ່ຈະ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ. ຫົວ​​ເລື່ອງ​ຕົ້ນຕໍ​​ຂອງການ​ປຶກສາ​ຫາລືຄັ້ງ​ຕ່າງໆ​ຂອງ ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫລີ Park Geun Hye ຢູ່ ​ຫວຽດນາມ ​ແມ່ນ​ກ້າວ​ໄປ​ເຖິງ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວກັບ​ພະລັງງານ​ນິວ​ເຄຼຍ ​ແລະ ​ເຕັກ​ໂລ​ໂລ​ຊີ​ອຸດສາຫະກຳ​ລະຫວ່າງ​ຫວຽດນາມ ​ແລະ ສ​ເກົາຫລີ.

ຂ່າວ/ບົດ​ອື່ນ