ສເກົາຫລີ,ອາເມລິກາແລະຍີ່ປຸ່ນທາບທາມຄຳເຫັນກ່ຽວກັບບັນຫານິວເຄຼຍຂອງສປປເກົາຫລີ

ສເກົາຫລີ,ອາເມລິກາແລະຍີ່ປຸ່ນທາບທາມຄຳເຫັນກ່ຽວກັບບັນຫານິວເຄຼຍຂອງສປປເກົາຫລີ - ảnh 1
ພາບປະກອບ:internet


(vovworld)-  ບັນດາ​ຫົວຫນ້າ​ຄະນະ​ເຈລະຈາ​ນິວ​ເຄຼຍຂອງ​ສ​ເກົາຫລີ, ອາ​ເມ​ລິ​ກາ ​ແລະ  ຍີຸ່ນ ຈະ​​ປະຊຸມ​ຢູ່ ວໍ​ຊິງ​ຕັນ ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 6/11 ຈະ​ມາ​ເຖິງ ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ຂໍ້​ສະ​ເຫ​ນີຂອງ​ຈີນ ​ແລະ ສປປ ​ເກົາຫລີ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ສປປ ​ເກົາຫລີ. ທີ່​ການ​ພົບ​ປະ, ບັນດາ​ຝ່າຍ​ຈະ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ ສປປ ​ເກົາຫລີ. ປະຈຸ​ບັນ ຈີນ ພວມ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ເພື່ອ​​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ 6 ຝ່າຍ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ພຽງ​ຢາງ. ສປປ ​ເກົາຫລີ ກໍ​ຮຽກ​ຮ້ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ໂດຍ​ບໍ່​ມີ​ເງື່ອນ​ໄຂ, ​ຂະນະ​ທີ່ ອ​າ​ເມ​ລິ​ກາ ​ເລັ່ງລັດ ພຽງ​ຢາງ ຕ້ອງ​ມີ​ການ​ເຂັ້ມ​ງວດ​ໃນ​ແຜນ​ນະ​ໂຍບາຍ​ປອດ​ອາວຸດ​ນິວ​ເຄຼຍຢູ່​ແຫລມ​ເກົາຫລີ.

 

ຂ່າວ/ບົດ​ອື່ນ