ສ.ເກົາຫລີເປີດເວັບໄຊກ່ຽວກັບການພົບປະສຸດຍອດລະຫວ່າງສເກົາຫລີແລະສປປເກົາຫລີ ລວມມີທັງພາສາຫວຽດ

(VOVWORLD) -ເວັບໄຊນີ້ ຈະໄດ້ແນະນຳດ້ວຍ 9 ພາສາຕ່າງປະເທດ, ໃນນັ້ນ ມີພາສາອັງກິດ,ຈີນ, ຍີ່ປຸ່ນ, ຝລັ່ງ, ແອດສະປາຍ, ເຢຍລະມັນ, ລັດເຊຍ, ອາຣັບ ແລະ ພາສາຫວຽດ.

ສ.ເກົາຫລີເປີດເວັບໄຊກ່ຽວກັບການພົບປະສຸດຍອດລະຫວ່າງສເກົາຫລີແລະສປປເກົາຫລີ ລວມມີທັງພາສາຫວຽດ - ảnh 1 ທ່ານປະທານາທິບໍດິ ສ.ເກົາຫຼີ Moon Jae-in  ແລະ ການນຳແຫ່ງ ສປປ.ເກົາຫຼີ Kim Jong-un

(ພາບ: AP)

ວັນທີ 16 ເມສາ, ຄະນະກຳມາທິການກະກຽມວຽກງານຂອງ ສ.ເກົາຫລີ ໃຫ້ແກ່ ການພົບປະສຸດຍອດລະຫວ່າງ ສປປ ເກົາຫລີ ແລະ ສ.ເກົາຫລີ ຈະເປີດເວັບໄຊຖ່າຍທອດສົດການພົບປະຂັ້ນສຸດຍອດລະຫວ່າງ ປະທານາທິບໍດີ ສ.ເກົາຫລີ Moon Jae in ແລະ ການນຳ ສປປ ເກົາຫລີ Kim Jong un ໃນວັນທີ 27 ເມສາ ຈະມາເຖິງ. ຜ່ານເວັບໄຊ www.koreasumit.kr  ຈະອັບເດັດບັນດາຂໍ້ມູນຂ່າວສານ ແລະ ຂ່າວຄາວທີ່ກ່ຽວຂ້ອງເຖິງການພົບປະສຸດຍອດນີ້. ບັນດາການເຄື່ອນໄຫວກ່ອນ ແລະ ໃນເວລາດຳເນີນການພົບປະສຸດຍອດ ລະຫວ່າງ ສປປ.ເກົາຫລີ ແລະ ສ.ເກົາຫລີຈະໄດ້ແນະນຳເຖິງມວນຊົນຜ່ານເວັບໄຊ. ເວັບໄຊນີ້ ຈະໄດ້ແນະນຳດ້ວຍ 9 ພາສາຕ່າງປະເທດ, ໃນນັ້ນ ມີພາສາອັງກິດ, ຈີນ, ຍີ່ປຸ່ນ, ຝລັ່ງ, ແອດສະປາຍ, ເຢຍລະມັນ, ລັດເຊຍ, ອາຣັບ ແລະ ພາສາຫວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ