ສ.ເກົາຫຼີວາງແຜນນະໂຍບາຍຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີການເງິນກັບອາຊຽນ

(VOVWORLD) -ວັນທີ 28 ຕຸລາທີ່ກອງປະຊຸມກັບບັນດາທູດພິເສດຂອງ 10 ປະເທດສະມາຊິກອາຊຽນ, ທ່ານ Sohn Byung-doo ຮອງປະທານຄະນະກຳມະການບໍລິການການເງິນ ສ.ເກົາຫຼີ ໃຫ້ຮູ້ວ່າ: ການວາງແຜນນະໂບຍາຍຂອງປະເທດ ສ.ເກົາຫຼີ ນີ້ ແມ່ນການເພີ່ມທະວີການຮ່ວມມືກັບອາຊຽນໃນຂົງເຂດດ້ານເຕັກໂນໂລຊີການເງິນ.
ສ.ເກົາຫຼີວາງແຜນນະໂຍບາຍຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີການເງິນກັບອາຊຽນ - ảnh 1 ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae-in (ພາບປະກອບ:  TTXVN)

  ທ່ານ Sohn Byung-doo ສະແດງຄວາມມຸ້ງມາດປາດຖະໜາຢາກໃຫ້ ກອງປະຊຸມຂັ້ນສູງລະຫວ່າງ ສ.ເກົາຫຼີ-ອາຊຽນ ເຊິ່ງຄາດວ່າ: ຈະດຳເນີນ ຢູ່ Busan ໃນວັນທີ 25 ພະຈິກຈະມາເຖິງ ຈະປະກອບສ່ວນໃນການໜູນຊ່ວຍເຊື່ອມຕໍ່ ລະຫວ່າງສອງຝ່າຍໃຫ້ດີກວ່າອີກ. ທ່ານ Sohn Byung-doo ເນັ້ນໜັກວ່າກອງປະຊຸມດັ່ງກ່າວຈະເປັນກາລະໂອກາດອັນດີເພື່ອໃຫ້ ສ.ເກົາຫຼີແລະອາຊຽນໄດ້ມີການພົວພັນເລິກເຊິ່ງຂຶ້ນຕື່ມ, ລະອຽດແມ່ນໃນດ້ານເຕັກໂນໂລຊີການເງິນ. ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae-in ຄາດວ່າຈະເປັນປະທານໃນກອງປະຊຸມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ