ສ.ເກົາຫຼີ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້ ສ​ປ​ປ.ເກົາ​ຫຼີ​ ອົດ​ກັ້ນ​ການ​ກະ​ທຳ​ເກາະ​ຜິດ

(VOVWORLD) -ນັບແຕ່ກອງປະຊຸມສຸດຍອດໂດຍສປປ.ເກົາຫຼີ ແລະ ອາເມລິກາບໍ່ບັນລຸໄດ້ຂໍ້ຕົກລົງໃນເດືອນກຸມພາປີ 2019, ມີຂໍ້ຕົກລົງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຫຼາຍສະບັບທີ່ໄດ້ຮັບການລົງນາມຈາກການນຳສອງຝ່າຍເມື່ອປີ 2018 ຖືກຢຸດສະຫງັກ.
ສ.ເກົາຫຼີ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້ ສ​ປ​ປ.ເກົາ​ຫຼີ​ ອົດ​ກັ້ນ​ການ​ກະ​ທຳ​ເກາະ​ຜິດ - ảnh 1ທ່ານ Lee In-young ລັດຖະມົນຕີກະຊວງທ້ອນໂຮມຊາດ ສ.ເກົາຫຼີ (ພາບ: AFP) 

ໃນສະພາບທີ່ເກີດມີຄວາມວິຕົກກັງວົນ ກ່ຽວກັບຄວາມສາມາດທີ່ວ່າ ພຽງຢາງຈະມີການກະທຳທົດລອງປະຕິກິລິຍາຂອງອຳນາດການປົກຄອງໃນໄລຍະຈະມາເຖິງ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ວັນທີ 3 ທັນວາ, ທ່ານ Lee In-young ລັດຖະມົນຕີກະຊວງທ້ອນໂຮມຊາດ ສ.ເກົາຫຼີ ໄດ້ສືບຕໍ່ຮຽກຮ້ອງໃຫ້ ສປປ.ເກົາຫຼີອົດກັ້ນບັນດາການກະທຳເກາະຜິດ.  ທ່ານລັດຖະມົນຕີ Lee In – young ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວໃນບົດກ່າວປາໄສທາງອອນລາຍຢູ່ເວທີປາໄສກ່ຽວກັບສັນຕິພາບ, ທ່ານກໍ່ເລັ່ງທວງໃຫ້ ສປປ.ເກົາຫຼີປະຕິບັດຕາມຂໍ້ຕົກລົງ ທີ່ໄດ້ລົງນາມລະຫວ່າງ ທ່ານ ປະທານາທິບໍດີ ສ.ເກົາຫຼີ Moon – Jae – in ແລະ ການນຳສປປ.ເກົາຫຼີ Kim Jong-un ໃນປີ 2018 ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ເພີ່ມທະວີການຮ່ວມມື.

ນັບແຕ່ກອງປະຊຸມສຸດຍອດໂດຍສປປ.ເກົາຫຼີ ແລະ ອາເມລິກາບໍ່ບັນລຸໄດ້ຂໍ້ຕົກລົງໃນເດືອນກຸມພາປີ 2019, ມີຂໍ້ຕົກລົງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີຫຼາຍສະບັບທີ່ໄດ້ຮັບການລົງນາມຈາກການນຳສອງຝ່າຍເມື່ອປີ 2018 ຖືກຢຸດສະຫງັກ.

ຕອບກັບ

ຂ່າວ/ບົດ​ອື່ນ