ສເກົາຫຼີສ້າງຕັ້ງກຸ່ມສະ ເພາະກິດກ່ຽວກັບ Kaesong

ສເກົາຫຼີສ້າງຕັ້ງກຸ່ມສະ ເພາະກິດກ່ຽວກັບ Kaesong - ảnh 1
ລົດຂົນສົ່ງອຸປະກອນທີ່ຈຳເປັນໃຫ້ກຳມະກອນ ສເກົາຫຼີ ຢູ່ເຂດອຸດສາຫະກຳ Kaesong
(ພາບ: AFP/TTXVN)

(vovworld) – ວັນ​ທີ 29/4, ລັດຖະບານ​ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ໄດ້​ສ້າງ​ຕັ້ງ​ກຸ່ມ​ສະ​ເພາະ​ກິດ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດສາຫະກຳ​ລວມ Kaesong . ​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ລັດຖະບານສ​ເກົາຫຼີ ​ໃຫ້​ຮູ້​ວ່າ “ກຸ່ມ​ສະ​ເພາະ​ກິດຈະ​ວາງ​ແຜນ​ຕີ​ລາຄາ, ຢັ້ງຢືນ​ບັນດາ​ຄວາມ​ເສຍ​ຫາຍ ​ເຊິ່ງບັນດາ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ນີ້​ປະສົບ ​ເມື່ອ​ເຂດ​ອຸດສາຫະກຳ Kaesong ຖືກ​ຢຸດຕິ​ການ​ເຄື່ອນ​ໄຫວ ພ້ອມ​ທັງ​ສະ​ເໜີ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ທີ່​ຈຳ​ເປັນ“. ທີ່​ກອງ​ປະຊຸມ​ທຳ​ອິດ​ຂອງ​ກຸ່ມ ​ເຊິ່ງ​ດຳ​ເນີນ​ໃນ​ວັນ​ທີ 29/4, ບັນດາ​ສະມາ​ຊິກ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ, ​ໃນ​ນັ້ນ​ລວມມີ​ເລື່ອງ​ກຳນົດ​ບ້ວງ​ໜີ້ສິນ ຈາກ​ກອງ​ທຶນ​ຮ່ວມ​ມື​ລະຫວ່າງ​ສອງ​ພາກ​ເກົາຫຼີ. ນອກ​ນັ້ນ, ກຸ່ມ​ກໍ່​ຈະ​ຍົກ​ອອກ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ຈຳກັດ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຢູ່ Kaesong.

ຂ່າວ/ບົດ​ອື່ນ