ສ.ເກົາຫຼີ,ອາເມລິກາຮຽກຮ້ອງໃຫ້ສປປ.ເກົາຫຼີບໍ່ໂທດລອງລູກສອນໄຟ

ສ.ເກົາຫຼີ,ອາເມລິກາຮຽກຮ້ອງໃຫ້ສປປ.ເກົາຫຼີບໍ່ໂທດລອງລູກສອນໄຟ - ảnh 1
(ພາບປະກອບ: KCNA/EPA)

(vovworld) – ວັນ​ທີ 24/09, ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ໄດ້​ຮຽກຮ້ອງ​​ໃຫ​້ສປປ.​ເກົາຫຼີ ບໍ່​ດຳ​​ເນີນ​ການ​ໂທດ​ລອງ​ລູກ​ສອນ​ໄຟ, ຖື​ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ບັນດາ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ. ​ໃນ​ຖະ​ແຫຼ​ງການໜຶ່ງ, ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ ​ໃຫ້​ຮູ້​ວ່າ, ບັນດາ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ, ​ໄດ້​ໃຫ​້ຄຳ​ໝັ້ນ​ສັນຍາ​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ຕ້ານ​ “ບັນດາ​ການ​ເກາະ​ຜິດ​​ຈາກ​ສປປ.​ເກົາຫຼີ”. 2 ຝ່າຍ​ກໍ​ຢືນຢັນ​ຄືນ​ໃໝ່ທັດສະນະ​ທີ່​ວ່າ ບໍ​່ວ່າການ​ຍິງ​ລູກ​ສອນ​ໄຟ​ໃດ​ໆ​ຂອງ​ສປປ.​ເກົາຫຼີ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ນຳ​ວິຖີ ກໍ​​ແມ່ນ​ການ​ລະ​ເມີດ​ມະຕິ​ຫຼາຍ​ສະບັບ​ຂອງ​ສະພາ​ຄວາມ​ໝັ້ນຄົນ​ສະຫະ​ປະຊາ​ຊາດ. ອີກ​ຄັ້ງ​ໜຶ່ງ​, 2 ຝ່າຍ​ໄດ້​ຮຽກຮ້ອງ​​ໃຫ້​ສປປ​.​ເກົາຫຼີ ປະລະ​ໂຄງການ​ອາວຸດ​ນິວ​ເຄຼຍ ຢ່າງຮອບດ້ານ, ໝັ້ນຄົງ.

ຂ່າວ/ບົດ​ອື່ນ