ສ.ເກົາຫຼີຮັບຮູ້ມີຕື່ມອີກຄົນໜຶ່ງຕິດເຊື້ອພະຍາດMERS

ສ.ເກົາຫຼີຮັບຮູ້ມີຕື່ມອີກຄົນໜຶ່ງຕິດເຊື້ອພະຍາດMERS - ảnh 1
ພາບປະກອບ


(vovworld) – ວັນ​ທີ 5/7, ສ. ​ເກົາຫຼີ ຮັບ​ຮູ້ມີ​ອີກ​ຄົນໜຶ່ງ​ຕິດ​ເຊື້ອ​ພະຍາດ MERS, ​ເຮັດ​ໃຫ້​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະຍາດ​ປະ​ເພດ​ນີ້​ຂຶ້ນ​ເຖິງ 186 ຄົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ 5 ມື້​ຜ່ານ​ມາ, ປະ​ເທດ​ນີ້​ບໍ່​ມີ​ກໍລະນີ​ໃດ​ເສຍ​ຊີວິດ​ຍ້ອນ​ເຊື້ອ​ພະຍາດ​ອັນຕະລາຍ​ນີ້ ​ແລະ ຈຳນວນ​ຜູ້​ເສຍ​ຊີວິດ​ຍັງ​ແມ່ນ 33 ຄົນ. ກະຊວງ​ສາທາລະນະ​ສຸກ ສ. ​ເກົາຫຼີ ​ໃຫ້​ຮູ້​ວ່າ: ກໍລະນີ​ຕິດ​ເຊື້ອ​ພະຍາດ MERS ​ໃໝ່​ແມ່ນ​​ແມ່​ຍິງອາຍຸ 55 ປີ ມີ​ຜົວ​ຕິດ​ເຊື້ອ​ພະຍາດ MERS ​ຂະນະຢູ່​ໃນ​ສູນ​ການ​​ແພດ Samsung ຢູ່ ​ເຊີ​ອູ​ນ ​ແຕ່​ວັນ​ທີ 27 – 28/5. ຜົວ​ຜູ້​ນັ້ນ​ໄດ້​ຮັບ​ຮູ້​ແມ່ນ​ຕິດ MERS ​ໃນ​ວັນ​ທີ 12/6 ​ແລະ ​ຫາ​ກໍອອກ​ໂຮງໝໍ​​​ໃນ​ວັນ​ທີ 3/7.  ສູນ​ແຫ່ງ​ນີ້​ແມ່ນ​ບ່ອນ​ກໍ່​ໃຫ້​ເກີດ​ເຄິ່ງໜຶ່ງ​ກໍລະນີ​ຕິດ​ເຊື້ອ​ພະຍາດ MERS ຢູ່ ສ. ​ເກົາຫຼີ​ ນັບ​ແຕ່​ເມື່ອ​ເຊື້ອ​ພະຍາດ​ເກີດ​ຂຶ້ນ​ໃນ​ວັນ​ທີ 20/5 ​ແລະ ວົງ​ການ​ເຈົ້າ​ໜ້າ​ທີ່​ການ​ແພດ​ໄດ້​ຕົກລົງ​ອັດ​ປະຕູ​ໂຮງໝໍ​ດັ່ງກ່າວ​​ໂດ​ຍບໍ່​ມີ​ກຳນົດ​ເວລາ.

ຂ່າວ/ບົດ​ອື່ນ