ສ.ເກົາຫຼີ​ຮຽກ​ຮ້ອງ​ໃຫ້ APEC ຈົ່ງເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຮັບ​ປະ​ກັນ ​ ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກໃຫ້​ມີສະ​ຖຽນ​ລະ​ພາບ

(VOVWORLD) - ທີ່ກອງປະຊຸມຄັ້ງນີ້,ບັນດາຝ່າຍໄດ້ເຫັນດີເປັນເອກະພາບຍູ້ໄວທ່າຟື້ນຟູເສດຖະກິດພາຍຫຼັງຄວບຄຸມໂລກລະບາດໂຄວິດ - 19 ໄດ້, ປຶກສາຫາລືກ່ຽວກັບການເລີ່ມເຄື່ອນໄຫວການເດີນທາງໄປມາລະຫວ່າງ ບັນດາປະເທດຢ່າງເລິກເຊິ່ງກ້ວາງຂວາງ ແລະ ຍູ້ແຮງການເຕີບໂຕແບບຍືນຍົງ ແລະ ຮອບດ້ານ.
ສ.ເກົາຫຼີ​ຮຽກ​ຮ້ອງ​ໃຫ້ APEC ຈົ່ງເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຮັບ​ປະ​ກັນ ​ ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກໃຫ້​ມີສະ​ຖຽນ​ລະ​ພາບ - ảnh 1ພາບປະກອບ: AFP/TTXVN

ວັນທີ 6 ທັນວາ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ທ່ານ Lee Seong – ho ຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບດ້ານເສດຖະກິດຂອງປະເທດນີ້, ໄດ້ຍົກອອກຄຳຮຽກຮ້ອງ APEC ຈົ່ງເພີ່ມທະວີການຮ່ວມມືເພື່ອຮັບປະກັນ ລະບົບສະໜອງທົ່ວໂລກໃຫ້ມີສະຖຽນລະພາບ ໃນກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ 20 ພື້ນຖານເສດຖະກິດສະມາຊິກ ເວທີປາໄສການຮ່ວມມື ເສດຖະກິດ ອາຊີ - ປາຊີຟິກ (APEC) ບໍ່ເປັນທາງການ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 1 – 3 ທັນວາ ຢູ່ພູເກດ (ປະເທດໄທ). ທ່ານຮອງລັດຖະມົນຕີ Lee Seong – ho ສະແດງຄວາມຫວັງວ່າ ໃນປີ 2022, ວົງການເຈົ້າໜ້າທີ່ APEC ຈະສືບຕໍ່ປຶກສາຫາລືທິດທາງທີ່ຮັບປະກັນລະບົບສະໜອງທົ່ວໂລກໃຫ້ ມີສະຖຽນລະພາບ ຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ສ້າງແລວໄປມາຢ່າງປອດໄພລະຫວ່າງບັນດາປະເທດ.

ທີ່ກອງປະຊຸມຄັ້ງນີ້,ບັນດາຝ່າຍໄດ້ເຫັນດີເປັນເອກະພາບຍູ້ໄວທ່າຟື້ນຟູເສດຖະກິດພາຍຫຼັງຄວບຄຸມໂລກລະບາດໂຄວິດ - 19 ໄດ້, ປຶກສາຫາລືກ່ຽວກັບການເລີ່ມເຄື່ອນໄຫວການເດີນທາງໄປມາລະຫວ່າງ ບັນດາປະເທດຢ່າງເລິກເຊິ່ງກ້ວາງຂວາງ ແລະ ຍູ້ແຮງການເຕີບໂຕແບບຍືນຍົງ ແລະ ຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ