ສ.ເກົາຫຼີເລີ່ມດຳເນີນການປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 21

(VOVWORLD) -ວັນທີ 10 ເມສາ, ສ.ເກົາຫຼີ ເລີ່ມດຳເນີນການປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 21 ກ່ອນກຳນົດເວລາ ຢູ່ສະຖານທີ່ປ່ອນບັດ 3.508 ແຫ່ງ

ສ.ເກົາຫຼີເລີ່ມດຳເນີນການປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 21  - ảnh 1 ສ.ເກົາຫຼີເລີ່ມດຳເນີນການປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 21

(ພາບປະກອບ: Yonhap/TTXVN)

ໃນສະພາບການທີ່ທົ່ວປະເທດພວມຈັດວາງມາດຕະການ “ເວັ້ນໄລຍະຫ່າງທາງສັງຄົມ” ຕ້ານໂລກລະບາດໂຄວິດ-19 ທີ່ສືບຕໍ່ໄດ້ຮັບການຮັກສາໄປຈົນຮອດວັນທີ 19 ເມສາ ຈະມາເຖິງ.

ຄະນະກຳມະການເລືອກຕັ້ງແຫ່ງຊາດສ.ເກົາຫຼີ (NEC) ໃຫ້ຮູ້ວ່າ, ບັນດາຜູ້ມີສິດເລືອກຕັ້ງທີ່ມີເງື່ອນໄຂຢ່າງພຽງພໍ ສາມາດໄປປ່ອນບັດໄດ້ໃນເວລາແຕ່ 6 ໂມງຫາ 18 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 10 ແລະ 11 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ