ສ.ເກົາຫຼີແລະຈີນເຈລະຈາກ່ຽວກັບບັນຫາສປປ.ເກົາຫຼີ

ສ.ເກົາຫຼີແລະຈີນເຈລະຈາກ່ຽວກັບບັນຫາສປປ.ເກົາຫຼີ - ảnh 1
ສ.ເກົາຫຼີ ແລະ ຈີນ ເຈລະຈາກ່ຽວກັບບັນຫາ ສປປ.ເກົາຫຼີ
(ພາບ: TTXVN)

(vovworld) - ວັນ​ທີ 27/04, ຢູ່​ນະຄອນຫລວງ ບັກ​ກີ​ງ, ປະ​ເທດ ຈີ​ນ ທ່ານ Yun Byung – Se ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ແລະ ຄູ່​ຕຳ​ແໜ່ງ ຈີນ ທ່ານ ຫວາງ​ອີ ມີ​ການ​ພົບ​ປະ​ເຈລະຈາ 2 ຝ່າຍ ​ໃນສະ​ພາບທີ່​ມີສັນຍານ​ສະ​ແດງໃຫ້​ເຫັນ​ວ່າ: ພຽງ​ຢາງ ອາດ​ຈະ​ດຳ​ເນີນ​ເຫດການ​ທົ​ດລອງ ນິວ​ເຄຼຍ ຄັ້ງ​ທີ 5 ກ່ອນ​ທີ່​ດຳ​ເນີນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກກຳມະກອນ ສປປ.​ເກົາຫຼີ​ ​ໃນ​ຕົ້ນ​ເດືອນ 5 ຈະ​ມາ​ເຖິງ. ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ Yun Byung – Se ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ແລະ ຄູ່​ຕຳ​ແໜ່ງ ຈີນ ທ່ານ ຫວາງ​ອີ ​​ໄດ້ແລກປ່ຽນ​ກ່ຽວ​ກັບ “ບັນດາ​ຄວາມ​ມານະ​ພະຍາຍາມ ​​ເພ​ື່ອ​ແນ​ໃສ່​ສະກັດ​ກັ້ນ ສປປ. ​ເກົາຫຼີ ມີ​ບັນດາ​ການ​ກະທຳ​ຕື່ມ​ອີກ”. ພ້ອມ​ກັນ​ນັ້ນ ການ​ເຈລະຈາ ກໍ່​ແນ​ໃສ່ “ສ​້າງພື້ນຖານ ​ເພື່ອ​ນຳ​ໃຊ້​ບັນດາ​ມາດ​ຕະການ​ລົງ​ໂທດ​ຢ່າງ​ແຮງ​ກ່ວາ​ອີກ ຖ້າຫາກວ່າ ສປປ. ​ເກົາຫຼີ ມີ​ບັນດາ​ການ​ກະທຳ​ເກາະ​ຜິດ​ຕື່ມ​ອີກ”.


ຂ່າວ/ບົດ​ອື່ນ