ສ.ເກົາຫຼີແລະສປປ.ເກົາຫຼີສິ້ນສຸດການເຈລະຈາຂັ້ນຮອງລັດຖະມົນຕີ,ແຕ່ບໍ່ບັນລຸໄດ້ບາດກ້າວບຸກທະລຸ

ສ.ເກົາຫຼີແລະສປປ.ເກົາຫຼີສິ້ນສຸດການເຈລະຈາຂັ້ນຮອງລັດຖະມົນຕີ,ແຕ່ບໍ່ບັນລຸໄດ້ບາດກ້າວບຸກທະລຸ - ảnh 1
ສ.ເກົາຫຼີແລະສປປ.ເກົາຫຼີສິ້ນສຸດການເຈລະຈາ
ຂັ້ນຮອງລັດຖະມົນຕີ,ແຕ່ບໍ່ບັນລຸໄດ້ບາດກ້າວບຸກທະລຸ
(ພາບ: AFP/TTXVN)


(vovworld) - ວັນ​ທີ 12/12, ສ.ເກົາ​ຫຼີ​ ແລະ​ ສ​ປ​ປ.ເກົາ​ຫຼີ ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຄັ້ງ​ສູງ ເພື່ອ​ແນ​ໃສ່​ຫຼຸ​ດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ, ແຕ່​ບໍ່​ບັນ​ລຸ​ໄດ້​ບາດ​ກ້າວ​ບຸກ​ທະ​ລຸ​ໃດໆ ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ ສ.ເກົາ​ຫຼີ​ ແລະ​ ສ​ປ​ປ.ເກົາ​ຫຼີ. ການ​ເຈ​ລະ​ຈາ​​ຂັ້​ນ​ຮອງ​ລັດ​ຖະ​ມົນ​ຕີຖືກ​ດຳ​ເນີນ​ເປັນ​ເວ​ລາ 2 ວັນ ຢູ່​ເຂດ​ອຸດ​ສາ​ຫະ​ກຳ Kaesong, ຂຶ້ນ​ກັບ​ຜືນ​ແຜ່ນ​ດິນ​ສ​ປ​ປ.ເກົາ​ຫຼີ. ແຕ່​ບັນ​ດາ​ການ​ເຈ​ລະ​ຈາ​ໄດ້​ສິ້ນ​ສຸດ​ລົງ​ໂດຍບໍ່​ຍົກ​ອອ​ກ​ຖະ​ແຫຼງ​ການ​ຮ່ວມ ຫຼື ກຳ​ນົດ​ເວລ​າ​ໃຫ້​ຮອບ​ເຈ​ລະ​ຈາ​ຄັ້ງ​ຕໍ່​ໄ​ປ​ໄດ້​ເທື່ອ. ນັກ​ຊ່ຽວ​ຊານ​ຫຼາຍ​ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ, ທີ່​ການ​ເຈ​ລະ​ຈາ​ຄັ້ງ​ນີ້, ຜູ້​ຕາງ​ໜ້າ ສ.ເກົາ​ຫຼີ​ ແລະ​ ສ​ປ​ປ.ເກົາ​ຫຼີ ບໍ່​ສາ​ມາດ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຫຼັກ​ແຫຼ່ງຄື: ​ຈັດ​ຕັ້ງ​ໃຫ້​ບັນ​ດາຄອບ​ຄົວ​ທີ່​ຖ​ືກ​ພັດ​ພາກ​ຈາກ​ກັນ​ເຕົ້​າ​ໂຮມ​ກັ​ນ ແລະ ການ​ເຊື່ອມ​ຕໍ່​ລາຍ​ການ​ທ່ອງ​ທ່ຽວ​ເຖິງ​ເຂດ​ພັກ​ຜ່ອນຢ່ອນ​ອາ​ລົ​ມ​ຢູ່​ພູ Kumgang ຂອງ​ສປ​ປ.ເກົາ​ຫຼີ.

ຂ່າວ/ບົດ​ອື່ນ