ສ.ເກົາຫຼີແລະສປປ.ເກົາຫຼີເຫັນດີພ້ອມກັນສຳຫຼວດເສັ້ນທາງບົກທິດຕາເວັນອອກສປປ.ເກົາຫຼີ

(VOVWORLD) -ວັນທີ 20 ທັນວາ, ກະຊວງທ້ອນໂຮມຊາດສ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ ແລະ ສປປ.ເກົາຫຼີ ໄດ້ເຫັນດີພ້ອມກັນດຳເນີນການສຳຫຼວດເສັ້ນທາງຄວາມໄວສູງຢູ່ລຽບຕາມຝັ່ງທະເລທິດຕາເວັນອອກສປປ.ເກົາຫຼີ ໃນອາທິດນີ້

ກ່ອນທີ່ເລີ່ມລົງມືກໍ່ສ້າງໂຄງການຫັນເປັນທັນສະໄໝ ແລະ ເຊື່ອມຕໍ່ບັນດາເສັ້ນທາງບົກ ແລະ ທາງລົດໄຟຂ້າມຊາຍແດນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນອາທິດຈະມາເຖິງ.

        ຕາມນັ້ນແລ້ວ, ເຈົ້າໜ້າທີ່ ສ.ເກົາຫຼີ 10 ທ່ານຈະໄປສປປ.ເກົາຫຼີ ໃນວັນທີ 21 ທັນວາ ເພື່ອເຂົ້າຮ່ວມການສຳຫຼວດເສັ້ນທາງມີລວງຍາວ 100 ກ.ມ ຈາກແຂວງ Goseong ໄປເຖິງແຂວງ Wonsan ໃນເວລາ 3 ວັນ. ພາຍຫຼັງກັບເມືອສ.ເກົາຫຼີ ໃນວັນທີ 23 ທັນວາ, ບັນດາເຈົ້າໜ້າທີ່ດັ່ງກ່າວຈະສືບຕໍ່ໄປສປປ.ເກົາຫຼີ ໃນວັນທີ 24 ທັນວາ ເພື່ອພ້ອມກັບເຈົ້າໜ້າທີ່ ປະຈຳຖິ່ນດຳເນີນການສຳຫຼວດເສັ້ນທາງມີລວງຍາວ 4 ກ.ມ ຢູ່ໃກ້ກັບເທດສະບານຊາຍແດນ Kaesong, ທາງທິດຕາເວັນຕົກສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ