ສ.ເກົາຫຼີໜູນຊ່ວຍການຫັນລະບົບພະຍາກອນແລະເຕືອນໄພທຳມະຊາດເປັນທັນສະໄໝຢູ່ພາກຕາເວັນອອກສ່ຽງເໜືອ

ສ.ເກົາຫຼີໜູນຊ່ວຍການຫັນລະບົບພະຍາກອນແລະເຕືອນໄພທຳມະຊາດເປັນທັນສະໄໝຢູ່ພາກຕາເວັນອອກສ່ຽງເໜືອ - ảnh 1
(ພາບປະກອບ)

(vovworld) ​ໃນ​ຂອບເຂດ​ການ​ຮ່ວມ​ມື​ກ່ຽວ​ກັບ​​ອຸຕຸນິຍົມອຸ​ທົກ​ກະສາ​ດລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ. ວັນ​ທີ 28/10 ຢູ່​ແຂວງ ກວາງ​ນິງ ສູນອຸຕຸນິຍົມອຸ​ທົກ​ກະສາ​ດ ​ແຫ່ງ​ຊາດ​ສົມທົບ​ກັບ​ກົມ​ໃຫຍ່ອຸຕຸນິຍົມ ສ.​ເກົາຫຼີ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “​ດຳ​ເນີນ​ໂຄງການ​ຫັນ​ລະບົບພະຍາກອນອາກາດ ​ແລະ​ ເຕືອນໄພ​ທຳ​ມະ​ຊາດ​ເປັນ​ທັນ​ສະ​ໄໝ​ທີ່​ສະຖາ​ນີອຸຕຸນິຍົມອຸ​ທົກ​ກະສາ​ດ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ”. ຫວຽດນາມ ນອນ​ໃນ​ໃຈກາງ​ພາຍຸຂອງ ພາກ​ຕາ​ເວັນ​ຕົກປາຊີ​ຟິກ ​ແລະ ​ແມ່ນ​ໜຶ່ງ​ໃນ 5 ​ເຂດ​ທີ່​ມີ​ພາຍຸ​ເກີດ​ຂຶ້ນ​ຫລາຍ​ທີ່​ສຸດ​ໃນ​ໂລກ, ​ເພາະ​ສະ​ນັ້ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ, ຫວຽດນາມ ​ແລະ ສ.​ເກົາຫຼີ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ກ່ຽວ​ກັບ​ອຸຕຸນິຍົມ. ໜຶ່ງ​ໃນ​ບັນດາ​ການ​ຮ່ວມ​ມື​ທີ່​ປະສົບ​​ຜົນສຳ​ເລັດລະຫວ່າງ 2 ຝ່າຍ​ໄດ້​ສະ​ແດງ​ອອກ​ຜ່ານ​ໂຄງການຫັນ​ລະ​ບົບພະຍາກອນ​ອາກາດ ​ແລະ ​ເຕືອນ​ໄພ​ທຳ​ມະ​ຊາດ​ເປັນ​ທັນ​ສະ​ໄໝ​ຢູ່ສະຖາ​ນີອຸຕຸນິຍົມອຸ​ທົກ​ກະສາ​ດພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ. ກອງ​ປະຊຸມ​ສຳ​ມະ​ນາ​ກໍ​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້​ບັນດາ​ນັກ​ຊ່ຽວຊານ ສ.​ເກົາຫຼີ ​ແບ່ງປັນ​ບົດຮຽນ, ບຳລຸງ​ສ້າງ ​ແລະ ຖ່າຍ​ທອດ​​ເຕັກ​ໂນ​ໂລ​ຢີ​ໃນ​ການ​ພະຍາກອນ​ອາກາດ​ກໍ​ຄື​ການ​ນຳ​ໃຊ້​ຄຸ້ມ​ຄອງ​ຕາໜ່າງສະຖານີພະຍາກອນ​ອາກາດ ​ແລະ ລະດັບ​ນ້ຳ​ແບບ​ອັດຕະ​ໂນ​ມັດ​ໃຫ້​ແກ່​ບັນດາພະນັກງານ​ເຕັກ​ນິກຂອງ​ສູນອຸຕຸ​ນິຍົມ​ອຸ​ທົກ​ກະສາ​ດ​ແຫ່ງ​ຊາດ ​ແລະ ສະຖານີອຸຕຸ​ນິຍົມ​ອຸ​ທົກ​ກະສາ​ດພາກຕາ​ເວັນ​ອອກ​ສ່ຽງ​ເໜືອ

ຂ່າວ/ບົດ​ອື່ນ