ສ.ເກົາຫຼີໜູນຊ່ວຍວິ ສາຫະກິດຫວຽດນາມ ປ່ຽນໃໝ່ຕິດພັນກັບ ສິ່ງແວດລ້ອມ


ສ.ເກົາຫຼີໜູນຊ່ວຍວິ ສາຫະກິດຫວຽດນາມ ປ່ຽນໃໝ່ຕິດພັນກັບ ສິ່ງແວດລ້ອມ - ảnh 1

 (ພາບ: Đình Huệ/TTXVN)

 (vovworld)- ​ ກອງ​ປະຊຸມສຳ​ມະ​ນາສາ​ກົນ “​ໃຫ້​ຄຳ​ປຶກສາ​ປ່ຽນ​ໃໝ່ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ​ນ້ອຍ​ຫວຽດນາມ-ບົດຮຽນ​ຂອງ ສ.​ເກົາຫຼີ​“ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 30/5 ຢູ່​ນະຄອນ​ໂຮ່ຈິ​ມິນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສ.​ເກົາຫຼີ-​ອົງການ​ບໍລິຫານ ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ​ນ້ອຍ, ອົງການ​ຮ່ວມ​ມື​ອາຊີ-​ເອີ​ລົບ​ກ່ຽວ​ກັບ​ການໃຫ້​ຄຳ​ປຶກສາ​ປ່ຽນ​ໃໝ່ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ​ນ້ອຍ​ຫວຽດນາມ.

   ທີ່ກອງ​ປະຊຸມສຳ​ມະ​ນາ, ບັນດາ​ນັກ​ປາຖະກະຖາ​ຂອງ​ ຫວຽດນາມ- ສ.​ເກົາຫຼີ​ ​ໄດ້​ແບ່ງປັນ​ບັນດາ​ບົດຮຽນ​ກ່ຽວ​ກັບ​ບົດບາດ​ຂອງ​ວິທະຍາສາດ-​ເຕັກ​​ໂນ​ໂລ​ຊີ​ໃນ​ການ​ພັດທະນາວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ​ນ້ອຍ​ຫວຽດນາມ; ​ແນະນຳ​ເນື້ອ​ໃນ​ຄຳ​ປຶກສາ ​ແລະ ການ​ບຸລິມະສິດ​ຂອງ​ໂຄງການ​ຂອງ​ໂຄງການ​ປ່ຽນ​ໃໝ່​ຊີວະ​ພາບ, ຂັ້ນຕອນ​ການ​ໃຫ້​ຄຳ​ປຶກສາຊີວະ​ພາບ​ໃຫ້​ແກ່​ວິ​ສາ​ຫະກິດ. ພ້ອມ​ກັນນັ້ນ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ, ​ແຜນການ​ຜັນ​ຂະຫຍາຍ​ທີ່​​ເໝາະ​ສົມ​ເພື່ອ​ແນ່​ໃສ່​ປະຕິ​ຮູບ​ສະມັດ​ຕະພາບ, ຄຸນ​ນະພາ​ບຜະລິດ​ຕະພັນ ​ແລະ ການ​ບໍລິການ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງທົ່ວ​ໂລກ​ໃຫ້​ແກ່​ວິ​ສາ​ຫະກິດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ