ສ.ເກົາຫຼີໜູນຊ່ວຍຫວຽດນາມໜູນໃຂ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການສຶກສາ

ສ.ເກົາຫຼີໜູນຊ່ວຍຫວຽດນາມໜູນໃຂ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການສຶກສາ - ảnh 1
​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ການ​ໜູນ​ໃຊ້​ເຕັກ​
ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໃນ​ການ​ສຶກສາ
(ພາບ: dantri.com.vn)

(vovworld) – ​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ການ​ໜູນ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໃນ​ການ​ສຶກສາ ​ໂດຍ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ສົມທົບ​ກັບ​ກະຊວງ​ສຶກສາ ສ.​ເກົາຫຼີ ຈັດ​ຕັ້ງ ດຳ​ເນີນ​ໃນ​ວັນ​ທີ 29/10 ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ຜູ້​ແທນ 100 ກ່ວາ​ຄົນ ​ແມ່ນ​ນັກ​ຊ່ຽວຊານດ້ານ​ການ​ສຶກສາ​ຂອງ ສ.​ເກົາຫຼີ, ຫວຽດນາມ ​ແລະ ​ແຂກ​ສາກົນ​ທີ່​ມາ​ຈາກ​ກະຊວງ​​ສຶກສາຂອງບັນດາ​ປະ​ເທດ​ເຊັ່ນ:ອຸດ​ສະ​ເບ​ກິດສະຖານ, ອາ​ແຊັກ​ໄບຢານ, ມົງ​ໂກນ, ສີ​ລັງກາ, ​ໂກ​ໂລມ​ເບຍ ​ແລະ ຟີ​ລິບ​ປິນ. ຫົວ​ເລື່ອງ​ຕົ້ນຕໍ​ຂອງ​ເວທີ​ປາ​ໄສ​ສາກົນ ຫວຽດນາມ - ສ.​ເກົາຫຼີ ກ່ຽວ​ກັບ​ການ​ໜູນ​ໃຊ້ອຸປະ​ກອນ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​​ໃນ​ການ​ສຶກສາ ​ແລະ ​ແນະນຳ​ກ່ຽວ​ກັບ​ໂຄງການ​ປະກອບອຸປະກອນ​ໃຫ້​ຫ້ອງ​ຮຽນປະດິດ​ສ້າງ​ໜູນ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ໂດຍ ສ.​ເກົາຫຼີ ອຸປະຖຳ​ຢູ່​ໂຮງຮຽນ​ມັດ​ທະຍົມ​ຕອນ​ປາຍ ​ເກົ່າ​ເຢີ໋ຍ (ຮ່າ​ໂນ້ຍ). ​ເວທີ​ປາ​ໄສ​ແມ່ນ​ກາລະ​ໂອກາດ ​ເພື່​ອ​ໃຫ້ບັນດາ​ນັກ​ຄຸ້ມ​ຄອງ​ການ​ສຶກສາ ​ແລະ ບັນດາ​ຄູ​ອາຈານ ​ສາມາດ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ນະ​ໂຍບາຍ, ​ແບ່ງປັນ​ບົດຮຽນ​ຂອງ​ປະ​ເທດ​ຕົນ​ເອງ, ຊ່ວຍ​ເຫຼືອ​ກັນ​ໜູນ​ໃຊ້ ​ແລະ ພັດ​ທະ​ນາ​ບັນດາ​ວິທີ​ການ​ໜູນ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​​ໃນ​ການ​ສຶກສາ.

ຂ່າວ/ບົດ​ອື່ນ